ຕາມ IDF ແລ້ວ, ນີ້ແມ່ນສະຖານທີ່ເຊິ່ງ ເຕເຮຣານ ນຳໃຊ້ເພື່ອສ້າງແຜນການ, ພັດທະນາ, ຕິດຕັ້ງ ແລະເກັບຮັກສາບັນດາລູກສອນໄຟທີ່ທັນສະໄໝແນໃສ່ຈຸດປະສົ່ງຍິງບັນດາເປົ້າໝາຍເດີນທະເລເຄື່ອນທີ່ ແລະຄົງທີ່.

ທ່ານ Israel Katz ລັດຖະມົນຕີກະຊວງປ້ອງກັນປະເທດອິດສະຣາແອັນ ຖະແຫຼງວ່າ ບັນດາເຫດບຸກໂຈມຕີທາງອາກາດເລັ່ງໃສ່ອີຣານ ຈະໄດ້ “ຮັບການເພີ່ມທະວີ ແລະເປີດກວ້າງໄປສູ່ບັນດາເປົ້າໝາຍເພີ່ມເຕີມ”. ທ່ານ Katz ໃຫ້ຮູ້ວ່າ ຂໍ້ຕົກລົງນີ້ໄດ້ຍົກອອກມາພາຍຫຼັງທີ່ອີຣານ ສືບຕໍ່ບັນດາເຫດບຸກໂຈມຕີຍຸຕິທຳດ້ວຍລູກສອນໄຟເລັ່ງໃສ່ ອິດສະຣາແອັນ.

ໃນຂະນະນັ້ນ, ຝ່າຍ ອີຣານ ກ່າວຫາບັນດາເຫດບຸກໂຈມຕີທາງອາກາດຂອງອາເມລິກາ ແລະອິດສະຣາແອັນ ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຕໍ່ບັນດາມໍລະດົກວັດທະນະທຳຂອງປະເທດນີ້.

ແຫຼ່ງຄັດຈາກ: vovworld.vn