ອາເມລິກາ ຢັ້ງຢືນຈະບໍ່ຜັນຂະຫຍາຍທະຫານບົກຢູ່ ອີຣານ, ບັ້ນຮົບອາດຈະສິ້ນສຸດໃນໄວໆນີ້
ວໍຊິງຕັນ ຄາດວ່າ ບັ້ນການທະຫານເລັ່ງໃສ່ ອີຣານ ຈະສິ້ນສຸດລົງໃນຮອບເວລາ 2 – 3 ອາທິດຈະມາເຖິງ.
ວັນທີ 27 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໃຫ້ຮູ້ວ່າ ວໍຊິງຕັນ ຄາດວ່າ ບັ້ນການທະຫານເລັ່ງໃສ່ ອີຣານ ຈະສິ້ນສຸດລົງໃນຮອບເວລາ 2 – 3 ອາທິດຈະມາເຖິງ, ພ້ອມທັງຢັ້ງຢືນບັນດາເປົ້າໝາຍວາງອອກອາດຈະບັນລຸໄດ້ໂດຍບໍ່ຕ້ອງຜັນຂະຫຍາຍກຳລັງທະຫານບົກດ້ວຍຂອບຂະໜາດໃຫຍ່.
ເມື່ອກ່າວຄຳເຫັນຢູ່ ປາຣີ, ປະເທດ ຝລັ່ງ, ພາຍຫຼັງປະຊຸມກັບບັນດາຄູ່ຮ່ວມມືກຸ່ມ G7 (ກຸ່ມບັນດາພື້ນຖານເສດຖະກິດພັດທະນາແຖວໜ້າໂລກ, ລວມມີ ອາເມລິກາ, ຍີ່ປຸ່ນ, ອັງກິດ, ຝລັ່ງ, ອີຕາລີ ແລະການາດາ), ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ບັ້ນຮົບພວມໄດ້ດຳເນີນ “ຖືກຕ້ອງ ຫຼື ໄວກວ່າຄວາມຄືບໜ້າ” ແລະອາດຈະສາມາດສຳເລັດໃນໄລຍະເວລາສັ້ນກວ່າການຄາດຄະເນໃນເບື້ອງຕົ້ນ. ເຖິງຢ່າງໃດກໍຕາມ, ທ່ານກໍຍອມຮັບວ່າ ອາເມລິກາ ຍັງຄົງຜັນຂະຫຍາຍທະຫານບົກໄປຍັງພາກພື້ນດັ່ງກ່າວຕື່ມອີກແນໃສ່ສ້າງ “ຄວາມໄຫວພິບທີ່ດີທີ່ສຸດ” ໃຫ້ແກ່ທ່ານປະທານາທິບໍດີໃນການແກ້ໄຂບັນດາກໍລະນີເກີດຂຶ້ນແບບບັງເອີນ.
ແຫຼ່ງຄັດຈາກ: vovworld.vn