ວັນທີ 11 ມີນາ, ອົງການສຶກສາວິທະຍາສາດ ແລະວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບຊາຕະກຳຂອງບັນດາມໍລະດົກໂລກຢູ່ ອີຣານ ແລະພາກພື້ນ, ພາຍຫຼັງວັງ Golestan ຢູ່ນະຄອນຫຼວງ ເຕເຮຣານ, ພ້ອມກັບໂບດອິດສະລາມ ແລະວັງປະຫວັດສາດຢູ່ນະຄອນ Isfahan ຖືກເປ່ເພຍ້ອນການປະທະກັນທີ່ພວມເກີດຂຶ້ນ.
ຖະແຫຼງການຂອງ UNESCO ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບການຜົນກະທົບໃນເບື້ອງຕົ້ນທີ່ການປະທະກັນຢູ່ ຕາເວັນອອກກາງ ກໍ່ໃຫ້ເກີດສຳລັບຫຼາຍມໍລະດົກວັດທະນະທຳຂອງ ອີຣານ, ກໍຄືບັນດາປະເທດຢູ່ພາກພື້ນ. UNESCO ໃຫ້ຮູ້ວ່າ ມີ 4 ໃນຈຳນວນ 29 ມໍລະດົກໂລກຂອງ ອີຣານ ຖືກເປ່ເພນັບແຕ່ເມື່ອ ອາເມລິກາ ແລະອິດສະຣາແອັນ ບຸກໂຈມຕີ ອີຣານ.
ໂດຍ: ກວຽດເຕິມ
Type the code from the image