IEA “ເປີດສາງ” ປ່ອຍນ້ຳມັນອອກ 400 ລ້ານຖັງ ເພື່ອສະກັດກັ້ນວິກິດການ
ລາຄານ້ຳມັນໄດ້ເພີ່ມຂຶ້ນເກືອບ 120 USD/ຖັງ ໃນວັນທີ 9 ມີນາ, ຍ້ອນບັນດາການຜັນແປຂອງການປະທະກັນທີ່ຮ້າຍແຮງຢູ່ ຕາເວັນອອກກາງ.
    |
 |
|
ທ່ານ Fatih Birol ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ IEA. ພາບ: REUTERS/Yves Herman |
ວັນທີ 11 ມີນາ, ອົງການພະລັງງານສາກົນ (IEA) ໃຫ້ຮູ້ວ່າ ບັນດາປະເທດສະມາຊິກຂອງອົງການນີ້ຈະປ່ອຍນ້ຳມັນທີ່ເກັບສຳຮອງໄວ້ຈຳນວນ 400 ລ້ານຖັງ ເພື່ອຫຼຸດຜ່ອນຜົນກະທົບຂອງການປະທະກັນຢູ່ ຕາເວັນອອກກາງ. ນີ້ແມ່ນການປ່ອຍນ້ຳມັນອອກຄັ້ງໃຫຍ່ທີ່ສຸດຂອງ IEA.
ໃນຖະແຫຼງການສະບັບໜຶ່ງ, ທ່ານ Fatih Birol ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ IEA ເນັ້ນໜັກເຖິງບັນດາສິ່ງທ້າທາຍໃນຕະຫຼາດນ້ຳມັນ ເຊິ່ງໂລກພວມປະເຊີນໜ້າມີ “ຂອບຂະໜາດທີ່ບໍ່ເຄີຍມີມາກ່ອນ”. ສະນັ້ນ, ບັນດາປະເທດ IEA ກໍ່ຈະມີປະຕິກິລິຍາດ້ວຍ “ການກະທຳຮີບດ່ວນລວມໝູ່, ດ້ວຍຂອບຂະໜາດທີ່ບໍ່ເຄີຍມີມາກ່ອນ”. ຖະແຫຼງການທາງການໄດ້ຍົກອອກມາພາຍຫຼັງກອງປະຊຸມສຸກເສີນຂອງ 32 ປະເທດສະມາຊິກ IEA ກັບກຸ່ມບັນດາປະເທດ ອຸດສາຫະກຳພັດທະນາແຖວໜ້າໂລກ (G7).
ລາຄານ້ຳມັນໄດ້ເພີ່ມຂຶ້ນເກືອບ 120 USD/ຖັງ ໃນວັນທີ 09 ມີນາ, ຍ້ອນບັນດາການຜັນແປຂອງການປະທະກັນທີ່ຮ້າຍແຮງຢູ່ ຕາເວັນອອກກາງ.
ແຫຼ່ງຄັດຈາກ: vovworld.vn