ການປະທະກັນຢູ່ຕາເວັນອອກກາງ: ບັນດາຝ່າຍຍົກອອກຖະແຫຼງການກົງກັນຂ້າມກ່ຽວກັບຈຸດເວລາສິ້ນສຸດບັ້ນການທະຫານ
ທ່ານ Donald Trump ໃຫ້ຮູ້ວ່າ ປະຈຸບັນ “ເກືອບຄືວ່າບໍ່ມີເປົ້າໝາຍໃດທີ່ເປັນໜ້າບຸກໂຈມຕີ” ຢູ່ ອີຣານ ແລະການປະທະກັນຢູ່ທີ່ນີ້ຈະສິ້ນສຸດລົງໂດຍໄວ.
ວັນທີ 11 ມີນາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ, ຖືວ່າ ບັ້ນການທະຫານແນໃສ່ ອີຣານ ໃກ້ຈະສິ້ນສຸດລົງ, ພ້ອມກັນນັ້ນກໍ່ຢືນຢັນວ່າ ເປົ້າໝາຍທີ່ສຳຄັນສ່ວນຫຼາຍຢູ່ປະເທດນີ້ໄດ້ຖືກທຳລາຍ. ໃນການຕອບສຳພາດຕໍ່ເວັບໄຊຂ່າວ Axios, ທ່ານ Donald Trump ໃຫ້ຮູ້ວ່າ ປະຈຸບັນ “ເກືອບຄືວ່າບໍ່ມີເປົ້າໝາຍໃດທີ່ເປັນໜ້າບຸກໂຈມຕີ” ຢູ່ ອີຣານ ແລະການປະທະກັນຢູ່ທີ່ນີ້ຈະສິ້ນສຸດລົງໂດຍໄວ.
    |
 |
|
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ. ພາບ: REUTERS |
ໃນຊຸມມື້ມໍ່ໆມານີ້, ການນຳ ອາເມລິກາ ໄດ້ຍົກອອກບັນດາສານທີ່ແຕກຕ່າງກັນກ່ຽວກັບຄວາມອາດສາມາດຈະຢຸດຕິການປະທະກັນໂດຍໄວ, ເຮັດໃຫ້ວົງການນັກສັງເກດການບໍ່ຮູ້ວ່າ ວິຊິງຕັນ ພວມກະກຽມສິ້ນສຸດບັ້ນການທະຫານ ຫຼືບໍ່. ໃນຂະນະນັ້ນ, ອິດສະຣາແອັນ ໃຫ້ວ່າ ບັ້ນການທະຫານຕ້ານ ອີຣານ ຈະຍັງໄດ້ຮັກສາໄວ້ຈົນຮອດເວລາບັນລຸໄດ້ທຸກເປົ້າໝາຍທີ່ໄດ້ວາງອອກ. ທ່ານ Katz, ລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ ຖະແຫຼງວ່າ ບັ້ນການທະຫານລວມລະຫວ່າງ ອິດສະຣາແອັນ ແລະ ອາເມລິກາ “ຈະສືບຕໍ່ໂດຍບໍ່ມີການກຳນົດເວລາໃດໆ”.
ແຫຼ່ງຄັດຈາກ: vovworld.vn