ຕາມໃບຮ້ອງຟ້ອງທີ່ໄດ້ສົ່ງເຖິງສານການຄ້າສາກົນ ອາເມລິກາ ປະຈຳ ນິວຢອກ ແລ້ວ, ບັນດາລັດດັ່ງກ່າວໂດຍພັກປະຊາທິປະໄຕນຳພາ, ໃນນັ້ນ ມີລັດ New York, California ແລະ Oregon, ຖືວ່າ ບັນດາລະດັບອັດຕາພາສີໃໝ່ແມ່ນຜິດກົດໝາຍ. ລະອຽດ, ລັດຖະບັນຍັດໃໝ່ຂອງທຳນຽບຂາວ ໄດ້ຄັດສະເໜີກົດໝາຍວ່າດ້ວຍການຄ້າ ສະບັບປີ 1974 ເພື່ອຈັດວາງພາສີພາຍໃນ 150 ວັນ, ໃນຂະນະທີ່ ກົດໝາຍສະບັບນີ້ ໄດ້ສ້າງຂຶ້ນເພື່ອແກ້ໄຂບັນດາກໍລະນີສຸກເສີນກ່ຽວກັບເງິນຕາໃນໄລຍະສັ້ນເທົ່ານັ້ນ, ຫາກບໍ່ແມ່ນບັນດາບັນຫາຂາດດຸນການຄ້າປົກກະຕິ.

leftcenterrightdel
ທ່ານປະທານາທິບໍດີ Donald Trump ຈັດການຖະແຫຼງຂ່າວຢູ່ທຳນຽບຂາວ  ຢູ່ Washington, D.C,ອາເມລິກາ ໃນວັນທີ 20/2/2026. ພາບ:  REUTERS/Kevin Lamarque

ໂຕ້ຕອບຄືນ, ທ່ານ Kush Desai ໂຄສົກທຳນຽບຂາວ ໃຫ້ຮູ້ວ່າ ອຳນາດການປົກຄອງ ຈະເດັດດ່ຽວປົກປ້ອງການກະທຳຂອງທ່ານປະທານາທິບໍດີຢູ່ສານ, ພ້ອມທັງຢັ້ງຢືນວ່າ ປະທານາທິບໍດີ ພວມນຳໃຊ້ສິດອຳນາດໂດຍສະພາແຫ່ງຊາດມອບໝາຍໃຫ້ ເພື່ອແກ້ໄຂບັນດາບັນຫາກ່ຽວກັບການຊຳລະສາກົນ ແລະຂາດດຸນການຊຳລະຂອງ ອາເມລິກາ.

ແຫຼ່ງຄັດຈາກ: vovworld.vn