ຮຸ່ງເຊົ້າວັນທີ 1 ມີນາ (ຕາມເວລາທ້ອງຖິ່ນ), ຊ່ອງໂທລະພາບແຫ່ງລັດ ອີຣານ ໄດ້ຢັ້ງຢືນວ່າ ຜູ້ນຳສູງສຸດ ອີຣານ Ali Khamenei, ຜູ້ນຳດ້ານຈິດໃຈສູງສຸດຂອງ ອີຣານ ໄດ້ເສຍຊີວິດໃນການບຸກໂຈມຕີທາງອາກາດຂອງ ອາເມລິກາ ແລະ ອິດສະຣາແອັນ ໃນວັນທີ 28 ກຸມພາ.

leftcenterrightdel
ຊ່ອງໂທລະພາບແຫ່ງລັດ ອີຣານ ໄດ້ຢັ້ງຢືນວ່າ ຜູ້ນຳສູງສຸດ ອີຣານ Ali Khamenei, ຜູ້ນຳດ້ານຈິດໃຈສູງສຸດຂອງ ອີຣານ ໄດ້ເສຍຊີວິດ. ພາບ: REUTERS

ຊ່ອງໂທລະພາບ ອີຣານ ໃຫ້ຮູ້ວ່າ ທ່ານ Ali Khamenei, ມີໜ້າຢູ່ຫ້ອງການໃຈກາງ ເຕເຮຣານ ເມື່ອ ອາເມລິກາ ແລະ ອິດສະຣາແອັນ ປຸກລະດົມການບຸກໂຈມຕີຄັ້ງທຳອິດ. ບັນດາພາບຖ່າຍຈາກດາວທຽມໂດຍ Airbus ປະກາດໄດ້ຊີ້ໃຫ້ເຫັນວ່າ ສະຖານທີ່ດັ່ງກ່າວຖືກບຸກໂຈມຕີທາງອາກາດຢ່າງດຸເດືອດ. ລັດຖະບານ ອີຣານ ໄດ້ປະກາດພິທີໄວ້ທຸກລະດັບຊາດເປັນເວລາ 40 ວັນ, ຈະມີ 7 ວັນພັກບຸນໃນທົ່ວປະເທດ. ປະຈຸບັນ, ວົງການເຈົ້າໜ້າທີ່ ອີຣານ ຍັງບໍ່ທັນປະກາດຜູ້ຮັບດຳລົງຕຳແໜ່ງຕໍ່ໄປແທນໃຫ້ຜູ້ນຳສູງສຸດ Ali Khamenei.

ແຫຼ່ງຄັດຈາກ: vovworld.vn