ມີປະຊາຊົນນັບພັນຄົນຢູ່ບັນດານະຄອນໃຫຍ່ຂອງ ອາເມລິກາ ໄດ້ລົງຖະໜົນແຫ່ຂະບວນປະທ້ວງໃນວັນທີ 28 ກຸມພາ ເພື່ອຄັດຄ້ານບັນດາການບຸກໂຈມຕີຂະໜາດໃຫຍ່ຂອງ ອາເມລິກາ ແລະ ອິດສະຣາແອັນ ທີ່ແນເຂົ້າໃສ່ ອີຣານ ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ.

leftcenterrightdel
ທີ່ສະໜາມຫຼວງ Times Square, ທີ່ ນິວຢອກ. ພາບ: REUTERS

ຢູ່ສະໜາມຫຼວງ Times Square, ທີ່ ນິວຢອກ, ຫຼາຍຄົນໄດ້ເຕົ້າໂຮມ, ຮ້ອງໂຮຄຳຂວັນຄັດຄ້ານສົງຄາມ ເພື່ອຄັດຄ້ານບັນດາການບຸກໂຈມຕີທາງອາກາດເຊິ່ງເຂົາເຈົ້າຖືວ່າ ອາດຈະຍູ້ໃຫ້ພາກພື້ນ ຕາເວັນອອກກາງ ຕົກເຂົ້າສູ່ສົງຄາມທີ່ເປັນວົງກວ້າງໃຫຍ່ກວ່າ. ມີຜູ້ແຫ່ຂະບວນປະທ້ວງຈຳນວນໜຶ່ງໄດ້ຈັບໂບກທຸງຂອງ ປາແລັດສະຕິນ, ສະແດງໃຫ້ເຫັນຄວາມສາມັກຄີກັບປະຊາຊົນ ກາຊາ.

ຢູ່ນະຄອນຫຼວງ ວໍຊິງຕັນ ແລະ ນະຄອນຈຳນວນໜຶ່ງຢູ່ ອາເມລິກາ, ບັນດາການເດີນຂະບວນຄັດຄ້ານສົງຄາມກໍ່ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງສັງຄົມພົນລະເຮືອນ, ນັກສຶກສາ ແລະກຸ່ມເຄື່ອນໄຫວເພື່ອສັນຕິພາບ. ຜູ້ແຫ່ຂະບວນປະທ້ວງມີຄວາມວິຕົກກັງວົນວ່າ ບັນດາການບຸກໂຈມຕີທາງອາກາດ ອາດຈະພາໄປເຖິງການເຮັດໃຫ້ມີຈຳນວນຜູ້ເສຍຊີວິດຫຼາຍ ແລະ ດຶງ ອາເມລິກາ ຕົກເຂົ້າສູ່ການປະທະກັນທີ່ຍາວນານ.

ແຫຼ່ງຄັດຈາກ: vovworld.vn