ການກະທຳນີ້ເພື່ອແນໃສ່ຮັບມືກັບສະພາບການຂາດວັກຂາດຕອນ ໃນການຂົນສົ່ງທາງທະເລທີ່ຮ້າຍແຮງ ຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງບັນດາການຜັນແປດ້ານການທະຫານຄັ້ງຫຼ້າສຸດລະຫວ່າງອາເມລິກາ - ອິດສະລາແອັນ ແລະ ອີຣານ.

OPEC+ ເຫັນດີກ່ຽວກັບຫຼັກການເພີ່ມປະລິມານການຂຸດຄົ້ນຕື່ມອີກ 206.000ຖັງ/ວັນ. ຂໍ້ຕົກລົງນີ້ໄດ້ຍົກອອກມາພາຍຫຼັງບັນດາສະມາຊິກຊັ່ງຊາຫຼາຍແຜນການ, ດ້ວຍບັນດາວິທິການສະເໜີແຕ່ 137.000ຖັງ/ວັນ ຂຶ້ນເຖິງ 548.000ຖັງ/ວັນ. ການກະທຳເພີ່ມປະລິມານໄດ້ຮັບຄວາມຄາດຫວັງ ຈະຫຼຸດຜ່ອນກຳລັງດັນຂາດເຂີນແຫຼ່ງສະໜອງທົ່ວໂລກ, ພິເສດພາຍຫຼັງຊ່ອງແຄບ Hormuz ເຊິ່ງແມ່ນເສັ້ນທາງທະເລຫຼັກແຫຼ່ງຂົນສົ່ງ ກວ່າ 20% ປະລິມານນ້ຳມັນໃນທົ່ວໂລກ ຖືກປິດລ້ອມແຕ່ວັນທີ 28 ກຸມພາ ຕາມຄຳກ່າວເຕືອນຂອງ ຝ່າຍອີຣານ.

ເຖິງວ່າ OPEC+ ມີມູນເຊື້ອເພີ່ມປະລິມານ ເພື່ອຊົດເຊີຍຄວາມຂາດເຂີນ ແຕ່ວົງການນັກໄຈ້ແຍກກ່າວເຕືອນວ່າ ຄວາມສາມາດໃນການຜະລິດສຳຮອງໃນປັດຈຸບັນຂອງກຸ່ມແມ່ນຈຳກັດທີ່ສຸດ.

ແຫຼ່ງຄັດຈາກ: vovworld.vn