ຕອນຄໍ່າວັນທີ 27 ກຸມພາ, ອີຕາລີ ແມ່ນປະເທດທຳອິດທີ່ປະກາດການແຈ້ງເຕືອນ, ກະຕຸກຊຸກຍູ້ໃຫ້ພົນລະເມືອງຂອງຕົນຍົກຍ້າຍອອກຈາກອີຣານ.

ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດໂປໂລຍ ກໍ່ອອກແຈ້ງການ, ຮຽກຮ້ອງໃຫ້ປະຊາຊົນຂອງປະເທດນີ້ອອກຈາກ ອີຣານ, ອິດສະຣາແອັນ ແລະລີບັງ ໃນທັນທີ. ຕອນບ່າຍວັນດຽວກັນ, ອັງກິດ ໄດ້ແຈ້ງໃຫ້ຊາບວ່າໄດ້ຖອນພາລະກອນສະຖານທູດປະເທດນີ້ປະຈຳ ອີຣານ ກັບເມືອປະເທດ ແລະຫັນການເຮັດວຽກມາເປັນເຮັດວຽກແບບທາງໄກ. ຢູ່ອາຊີ, ຈີນ ແມ່ນໜຶ່ງໃນບັນດາປະເທດຫຼ້າສຸດທີ່ແຈ້ງເຕືອນໃຫ້ພົນລະເມືອງອອກຈາກ ອີຣານ ໂດຍໄວ. ຫຼາຍປະເທດໄດ້ຍົກອອກບັນດາຄຳແຈ້ງເຕືອນໃໝ່ສຸດພາຍຫຼັງ 1 ວັນເມື່ອສິ້ນສຸດຮອບເຈລະຈາຫຼ້າສຸດລະຫວ່າງ ອາເມລິກາ ແລະອີຣານ ກ່ຽວກັບອະນາຄົດໂຄງການນິວເຄຼຍຂອງເຕເຮຣາ (26 ກຸມພາ) ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງໃດໆ.

ແຫຼ່ງຄັດຈາກ: vovworld.vn