ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຮັບມືຢ່າງຮີບດ່ວນຕໍ່ກັບການປະທະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ແລະ ອີຣານ
ໄທ, ສິງກະໂປ ແລະ ມາເລເຊຍ ໄດ້ຜັນຂະຫຍາຍມາດຕະການປົກປ້ອງພົນລະເມືອງໃນທັນທີ.
ພາຍຫຼັງທີ່ ອາເມລິກາ ແລະ ອິດສະຣາແອັນ ບຸກໂຈມຕີໃສ່ບັນດາເປົ້າໝາຍຢູ່ ອີຣານ ໃນວັນທີ 28 ກຸມພາ, ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີ ໄທ, ສິງກະໂປ ແລະມາເລເຊຍ ໄດ້ຜັນຂະຫຍາຍມາດຕະການປົກປ້ອງພົນລະເມືອງໃນທັນທີ ແລະສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບຄວາມສະຖຽນລະພາບຂອງຄວາມເປັນລະບຽບຮຽບຮ້ອຍໂລກ.
    |
 |
|
ສະໜາມບິນ Changi-Singapore. ພາບ: TODAY |
ຢູ່ ໄທ, ກະຊວງການຕ່າງປະເທດ ໄທ ໄດ້ຜັນຂະຫຍາຍຫຼາຍມາດຕະການຮີບດ່ວນ, ສ້າງຕັ້ງ “ຫ້ອງສູ້ຮົບ” (War Room) ໃນທັນທີ ເພື່ອຕິດຕາມ ແລະຕີລາຄາສະພາບການ 24/24 ຊົ່ວໂມງ. ພ້ອມກັນນັ້ນ ກໍ່ໄດ້ສ້າງໂທລະສັບສາຍດ່ວນເພື່ອໜູນຊ່ວຍດ່ວນ, ໄທ ກໍ່ໄດ້ກະກຽມບັນດາແຜນການຍົກຍ້າຍ ແລະກ່າວເຕືອນປະຊົນຕ້ອງຊັ່ງຊາຢ່າງລະອຽດໃນການເດີນທາງໄປເຂດນີ້ຖ້າບໍ່ມີວຽກງານຮີບດ່ວນ.
ລັດຖະບານ ສິງກະໂປ ໄດ້ແຈ້ງເຕືອນຄວາມໝັ້ນຄົງຢ່າງເຄັ່ງຂັດ, ຮຽກຮ້ອງໃຫ້ພົນລະເມືອງຢູ່ Doha (Qatar), Abu Dhabi (UAE) ແລະ Dubai (UAE) ພັກຢູ່ເຮືອນ ຫຼື ບັນດາເຂດທີ່ປອດໄພພາຍຫຼັງທີ່ມີບົດລາຍງານກ່ຽວກັບການເກີດເຫດລະເບີດຢູ່ໃນເຂດນີ້.
ໃນຂະນະນັ້ນ, ມາເລເຊຍ ກໍ່ໄດ້ກ່າວປະນາມຢ່າງແຮງຕໍ່ບັນດາການບຸກໂຈມຕີທາງອາກາດແນໃສ່ຜືນແຜ່ນດິນ ອີຣານ ກໍຄືບັນດາການບຸກໂຈມຕີໂຕ້ຕອບແນໃສ່ຫຼາຍປະເທດເຂດອ່າວອື່ນໆ.
ແຫຼ່ງຄັດຈາກ: vovworld.vn