ໃນນັ້ນ, ສະຫະລັດອາຣັບ ເອມີເລັດ (UAE) ໄດ້ຮັບຖືວ່າ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ. ນອກຈາກນັ້ນ,  IRGC ກໍ່ປະກາດວ່າໄດ້ບຸກໂຈມຕີກຸ່ມກຳປັ່ນບັນທຸກເຮືອບິນ ຂອງອາເມລິກາ ຢູ່ພາກພື້ນ ເຖິງວ່າບໍ່ຍົກອອກຫຼັກຖານພິສູດ.

ກະຊວງປ້ອງກັນປະເທດ UAE ໃຫ້ຮູ້ວ່າ ໃນເວລາເກືອບ 2 ວັນຜ່ານມາ, ອີຣານ ໄດ້ຍິງລູກສອນໄຟລວມທັງໝົດ 165 ລູກ ພ້ອມກັບເຮືອບິນບໍ່ມີຄົນຂັບ (UAV) 541 ລໍາ ເຂົ້າເຂດດິນຕໍ່ແຜນ UAE. ລະບົບປ້ອງກັນອາກາດຂອງ UAE ໄດ້ສະກັດກັ້ນ ລູກສອນໄຟ 152 ລຳ ແລະທຳລາຍວັດຖຸບິນຂອງ ອີຣານ 506 ເຄື່ອງ ແລະມີຜູ້ເສຍຊີວິດ 3 ຄົນ ແລະ 58 ຄົນຖືກບາດເຈັບ.

IRGC ປະກາດໄດ້ບຸກໂຈມຕີກຸ່ມກຳປັ່ນບັນຈຸເຮືອບິນ USS Abraham Lincoln ຂອງອາເມລິກາ ຢູ່ເຂດອ່າວດ້ວຍລູກສອນໄຟນຳວິຖີ 4 ລູກ. IRGC ຢັ້ງຢືນວ່າການບຸກໂຈມຕີບັນລຸໄດ້ເປົ້າໝາຍ, ພ້ອມທັງກ່າວເຕືອນວ່າ ຈະຍູ້ແຮງກວ່າອີກບັນດາການບຸກໂຈມຕີທາງບົກ ແລະທາງທະເລ ເພື່ອຕ້ານຄືນບັນດາຜູ້ເກາະຜິດນີ້. ສຳລັບຝ່າຍອິດສະຣາແອັນ, ວົງການເຈົ້າໜ້າທີ່ປະເທດນີ້ ໄດ້ຢັ້ງຢືນວ່າມີຜູ້ເສຍຊີວິດ 9 ຄົນໃນເຫດບຸກໂຈມຕີລູກສອນໄຟຂອງອີຣານ ເລັ່ງໃສ່ເຂດ Beit Shemesh, ທາງທິດຕາເວັນຕົກ Jerusalem. ວັນທີ 1 ມີນາ ໄດ້ປະກາດວ່າ ກອງບັນຊາການສູນອາເມລິກາ (CENTCOM), ນັກຮົບອາເມລິກາ 3 ຄົນເສຍຊີວິດ ແລະ 5 ຄົນຖືກບາດເຈັບໜັກ ໃນການປະທະກັນທີ່ພວມເກີດຂຶ້ນກັບ ອີຣານ. CENTCOM ບໍ່ສະໜອງຂໍ້ມູນລະອຽດກ່ຽວຂ້ອງເຖິງການຄວາມບາດລົ້ມຕາຍ ຂອງບັນດານັກຮົບອາເມລິກາ.

ແຫຼ່ງຄັດຈາກ: vovworld.vn