ບັນດາບັ້ນບຸກໂຈມຕີທາງອາກາດຖືກປະຕິບັດຄືເປັນສ່ວນໜຶ່ງຂອງບັ້ນຮົບ “Ghazab Lil Haq” (ຄວາມໂມໂຫແຫ່ງຄວາມຍຸຕິທຳ) ໂດຍ ປາກິດສະຖານ ປຸກລະດົມພາຍຫຼັງກຳລັງ ຕາລີບານ ປະຈໍາ ອາບການິດສະຖານ ຍິງປືນບຸກໂຈມຕີບັນດາດ່ານໜ້າຂອງ ປາກິດສະຖານ ຢູ່ລຽບຕາມເຂດຊາຍແດນໃນຕອນຄ່ຳວັນທີ 26 ກຸມພາ. ຫຼັງຈາກນັ້ນ, ກອງບັນຊາການທະຫານພາກຕາເວັນອອກຂອງ ອາບການິດສະຖານ ກໍຢັ້ງຢືນ “ປະທະກັນຢ່າງດຸເດືອດ” ໄດ້ເກີດຂຶ້ນຢູ່ລຽບເສັ້ນຊາຍແດນທີ່ມີຄວາມຍາວ 2.611  ກິໂລແມັດ ຕິດກັບ ປາກິດສະຖານ.

ໃນຖະແຫຼງການຕອນເຊົ້າວັນທີ 27 ກຸມພາ, ທ່ານ Khawaja Asif ລັດຖະມົນຕີກະຊວງປ້ອງກັນປະເທດ ປາກິດສະຖານ ຖະແຫຼງວ່າ ປະເທດນີ້ “ພວມດຳເນີນບັນດາປະຕິກິລິຍາຢ່າງຂ້ຽວຂາດ” ແລະ “ນີ້ແມ່ນສົງຄາມບໍ່ມີພົມແດນ”. ໃນຂະນະນັ້ນ, ທ່ານ Shehbaz Sharif ນາຍົກລັດຖະມົນຕີ ປາກິດສະຖານ ກໍ່ເນັ້ນໜັກວ່າ ລັດຖະບານ ປາກິດສະຖານ ຈະບໍ່ປະນິປະນອມກ່ຽວກັບດ້ານປ້ອງກັນຊາດ ແລະທຸກການກະທຳເກາະຜິດຈະຖືກໂຕ້ຕອບຄືນ “ດ້ວຍກຳລັງແຮງທີ່ເໜືອກວ່າ”. ທ່ານ ໃຫ້ຮູ້ວ່າ ປາກິດສະຖານ ຍາມໃດກໍຊຸກຍູ້ສັນຕິພາບແຕ່ບໍ່ປະໃຫ້ເກີດບໍ່ວ່າຄວາມເສຍຫາຍໃດຕໍ່ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.

ແຫຼ່ງຄັດຈາກ: vovworld.vn