leftcenterrightdel
ທ່ານ Volker Turk ຂ້າຫຼວງໃຫຍ່ສິດທິມະນຸດສະຫະປະຊາຊາດ. ພາບ: REUTERS

ກ່າວຄຳເຫັນຕໍ່ສະພາສິດທິມະນຸດສະຫະປະຊາຊາດ, ທ່ານ Volker Turk ກ່າວເຕືອນວ່າ ໂລກພວມກາຍເປັນຄວາມອັນຕະລາຍຍິ່ງກວ່າເວລາໃດໝົດເມື່ອມີເກືອບ 60 ບັ້ນປະທະກັນທີ່ພວມເກີດຂຶ້ນ. ການແກ່ງແຍ້ງສິດອຳນາດເພື່ອຄວບຄຸມຜືນແຜ່ນດິນ ແລະພະລັງງານພວມຢຽບຢໍ່າບັນດາສິດເປັນພື້ນຖານ. ທ່ານຮຽກຮ້ອງໃຫ້ປະຊາຄົມສາກົນບໍ່ເມີນເສີຍຕໍ່ສະພາບລະບົບກົດໝາຍມະນຸດສະທຳ ແລະສິດທິມະນຸດສາກົນທີ່ພວມຖືກທຳລາຍ, ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ບັນດາການນຳການເມືອງມີການກະທຳຢ່າງຮີບເຮັ່ງເພື່ອຕ່າວປີ້ນທ່າອ່ຽງທີ່ອັນຕະລາຍນີ້.

ແຫຼ່ງຄັດຈາກ: vovworld.vn