ຫວຽດນາມ ຍາມໃດກໍມີຄວາມຮັບຜິດຊອບສູງໃນການຊຸກຍູ້ການຫຼຸດຜ່ອນກໍາລັງອາວຸດ ແລະທະຫານ ແລະບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ. ນີ້ແມ່ນຄໍາຢັ້ງຢືນຂອງທ່ານ ມາຍຟານຢຸ້ງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຄຽງຂ້າງ ສປຊ, ອົງການການຄ້າໂລກ (WTO) ແລະບັນດາອົງການຈັດຕັ້ງສາກົນອື່ນທີ່ເຊີແນວ, ໃນວາລະກອງປະຊຸມຂັ້ນສູງຂອງກອງປະຊຸມຫຼຸດຜ່ອນກໍາລັງອາວຸດ ແລະທະຫານ ເຊິ່ງດໍາເນີນແຕ່ວັນທີ 23-25 ກຸມພາ ຢູ່ນະຄອນເຊີແນວ, ປະເທດສະວິດ.

leftcenterrightdel
ທ່ານ ມາຍຟານຢຸ້ງ ກ່າວຄໍາເຫັນໃນວາລະກອງປະຊຸມຂັ້ນສູງຂອງກອງປະຊຸມຫຼຸດຜ່ອນກໍາລັງອາວຸດ ແລະທະຫານ ທີ່ນະຄອນເຊີແນວ, ໃນວັນທີ 24 ກຸມພາ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ທ່ານ ມາຍຟານຢຸ້ງ ຢັ້ງຢືນຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການຫຼຸດຜ່ອນກໍາລັງອາວຸດ ແລະທະຫານ ແລະບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ແມ່ນຍັງມີຄວາມສະເໝີຕົ້ນສະເໝີປາຍ ແລະມີຫຼັກການ. ທ່ານ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ນະໂຍບາຍປ້ອງກັນຊາດຂອງຫວຽດນາມ ໄດ້ກໍານົດທິດດ້ວຍຫຼັກການ “4 ບໍ່”, ລວມມີ: ບໍ່ເຂົ້າຮ່ວມສໍາພັນການທະຫານ; ບໍ່ຮ່ວມກັບປະເທດນີ້ ເພື່ອຕ້ານປະເທດອື່ນ; ບໍ່ໃຫ້ຕ່າງປະເທດ ຕັ້ງຖານທັບ ຫຼືນໍາໃຊ້ຜືນແຜ່ນດິນຂອງຫວຽດນາມ ເພື່ອຕ້ານປະເທດອື່ນ; ບໍ່ນໍາໃຊ້ກໍາລັງອາວຸດ ຫຼືນາບຂູ່ນໍາໃຊ້ກໍາລັງອາວຸດໃນການພົວພັນສາກົນ.

ທ່ານ ມາຍຟານຢຸ້ງ ເນັ້ນໜັກວ່າ ກອງປະຊຸມຫຼຸດຜ່ອນກໍາລັງອາວຸດ ແລະທະຫານ ແລະສົນທິສັນຍາວ່າດ້ວຍການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ມີຄວາມສໍາພັນເຊິ່ງກັນແລະກັນ, ໃນນັ້ນວິວັດທະນາການທີ່ກອງປະຊຸມຫຼຸດຜ່ອນກໍາລັງອາວຸດ ແລະທະຫານ ສາມາດປະກອບສ່ວນສ້າງສະພາບແວດລ້ອມທາງການເມືອງທີ່ສະດວກໃຫ້ແກ່ກອງປະຊຸມທົບທວນຄືນ; ກົງກັນຂ້າມ, ກອງປະຊຸມທົບທວນຄືນປະສົບຜົນສໍາເລັດ ຈະປັບປຸງອິດທິພົນຊື່ສຽງ ແລະປະສິດທິພາບຂອງກົນໄກຫຼຸດຜ່ອນກໍາລັງອາວຸດ ແລະທະຫານຫຼາຍຝ່າຍ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າ ແລະຊຸກຍູ້ການເຈລະຈາໃນສອງວິວັດທະນາການ.

ໂດຍ: ໄຊຊະນະ