EC ປະກາດໂຄງການໃໝ່ກ່ຽວກັບການຕ້ານການກໍ່ການຮ້າຍ
ProtectEU ແມ່ນຊື່ຂອງໂຄງການດຳເນີນງານໃໝ່ກ່ຽວກັບການຕ້ານການກໍ່ການຮ້າຍ ໂດຍຄະນະກຳມະການເອີຣົບ (EC) ໄດ້ປະກາດຢ່າງເປັນທາງການໃນວັນທີ 26 ກຸມພາ.
ນີ້ໄດ້ຮັບຖືວ່າແມ່ນບາດກ້າວຍຸດທະສາດ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດຮັບມືລວມໝູ່ຂອງສະຫະພາບເອີຣົບ (EU), ປົກປ້ອງປະຊາຊົນ, ວິສາຫະກິດ ກໍຄື ບັນດາຄຸນຄ່າແກ່ນສານຂອງທະວີບຕໍ່ໜ້າບັນດາໄພນາບຂູ່ການກໍ່ການຮ້າຍ ແລະ ປະກົດການຫົວຮຸນແຮງ ທີ່ພວມມີການຜັນແປຢ່າງບໍ່ຢຸດບໍ່ເຊົ່າ.
ProtectEU ໄດ້ຮັບການສ້າງຕັ້ງຂຶ້ນປິ່ນອ້ອມບັນດາເສົາຄ້ຳແກ່ນສານ, ໃນນັ້ນມີການຍົກສູງກຳລັງຄວາມສາມາດຄາດຄະເນ ແລະການຮັບຮູ້ບັນດາໄພນາບຂູ່ໂດຍໄວ. ສະກັດກັ້ນການຫັນເປັນຫົວຮຸນແຮງ, ໂດຍສະເພາະແມ່ນໃນໝູ່ໄວໜຸ່ມ, ເຊິ່ງໄດ້ຮັບຖືວ່າແມ່ນຍຸດທະສາດຍາວນານທີ່ມີລັກສະນະຍືນຍົງ. EC ຄາດຄະເນວ່າຈະເປີດຕົວປະມວນເຄື່ອງມືສະກັດກັ້ນ ເພື່ອແນໃສ່ສະໜອງບັນດາມາດຕະການຕົວຈິງ ເພື່ອປົກປ້ອງເດັກທີ່ບໍ່ທັນບັນລຸນິຕິພາວະ ອອກຈາກການຍຸແຍ່ແກ່ດຶງຂອງບັນດາແນວຄິດຫົວຮຸນແຮງ. ພ້ອມດຽວກັນນັ້ນແມ່ນໂຄງການມອບສິດ ແລະເຊື່ອມຕໍ່ວົງຄະນະຍາດທີ່ມີມູນຄ່າ 5 ລ້ານເອີໂຣ (ປະມານ 5,9 ລ້ານ USD), ສຸມໃສ່ຍົກສູງຄວາມສາມາດຟື້ນຟູດີຈີຕອນ, ປັບປຸງຄວາມຜູກພັນໃນສັງຄົມ ແລະບົດບາດຂອງຊຸມຊົນທ້ອງຖິ່ນ.
ແຫຼ່ງຄັດຈາກ: vovworld.vn