ອາເມລິກາ ຈັດວາງຄໍາສັ່ງລົງໂທດໃໝ່, ນຳກໍາປັ່ນສູ້ຮົບມຸ່ງໜ້າສູ່ ອີຣານ
ວັນທີ 23 ມັງກອນ, ອຳນາດການປົກຄອງອາເມລິກາ ໄດ້ປະກາດໃຊ້ຄໍາສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກໍາປັ່ນຂົນສົ່ງນໍ້າມັນ 9 ລຳ ແລະ 8 ອົງການຈັດຕັ້ງ.
    |
 |
|
ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ: REUTERS |
ຕາມແຈ້ງການທີ່ໄດ້ເອົາລົງໃນເວັບໄຊຂອງກະຊວງການເງິນອາເມລິກາ, ວັນທີ 23 ມັງກອນ, ອຳນາດການປົກຄອງອາເມລິກາ ໄດ້ປະກາດໃຊ້ຄໍາສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກໍາປັ່ນຂົນສົ່ງນໍ້າມັນ 9 ລຳ ແລະ 8 ອົງການຈັດຕັ້ງ. ວໍຊິງຕັນ ໃຫ້ຮູ້ວ່າ ບັນດາມາດຕະການນີ້ແນໃສ່ເຄືອຂ່າຍຂົນສົ່ງທີ່ຖືກກ່າວຫາວ່າໜູນຊ່ວຍ ເຕເຮຣານ ຫຼີກລ້ຽງຄຳສັ່ງລົງໂທດ, ພິເສດແມ່ນໃນການສົ່ງອອກນໍ້າມັນດິບ.
ການກະທຳດັ່ງກ່າວໄດ້ດຳເນີນໃນສະພາບການທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ເພີ່ມກຳລັງກົດດັນແບບເປີດເຜີຍກັບອີຣານ, ພ້ອມທັງບໍ່ເວັ້ນເສຍກໍລະນີນຳໃຊ້ກຳລັງແຮງດ້ານການທະຫານຖ້າສະພາບການອີຣານ ສືບຕໍ່ປິ່ນຂັ້ນໄດ. ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກັບມາແຕ່ເວທີປາໄສເສດຖະກິດໂລກ ຢູ່ Davos (ສະວິດ), ທ່ານ Donald Trump ຖະແຫຼງວ່າ ອາເມລິກາ ໄດ້ຈັດສົ່ງກໍາປັ່ນສູ້ຮົບເດີນທະເລມຸ່ງໜ້າສູ່ປະເທດອີຣານ ເພື່ອກຽມພ້ອມໃຫ້ແກ່ກໍລະນີຊົ່ວຮ້າຍທີ່ສຸດ.
ແຫຼ່ງຄັດຈາກ: vovworld.vn