ທ່ານ Bezdetko Gennady Stepanovich ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ ຢືນຢັນວ່າ ຫວຽດນາມ ກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ດ້ວຍທີ່ຕັ້ງຂອງປະເທດ “ພວມບືນຕົວຂຶ້ນ”. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ບັນດາການຫັນປ່ຽນໃນປະຈຸບັນແມ່ນໝາກຜົນຂອງຄວາມມານະພະຍາຍາມໃນການຫັນປ່ຽນຈາກຈິນຕະນາການ “ນໍາທັນການພັດທະນາ” ໄປສູ່ “ການພັດທະນາຂຶ້ນໄປຢູ່ທາງໜ້າກ່ອນ”, ໂດຍອີງໃສ່ຮູບແບບການຫັນເປັນເອກະລາດ,  ເປັນເຈົ້າຕົນເອງ ແລະຮັບປະກັນຜົນປະໂຫຍດຂອງຊາດ.

leftcenterrightdel
ທ່ານ Bezdetko Gennady Stepanovich ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Bezdetko Gennady Stepanovich ເນັ້ນໜັກວ່າ ເລື່ອງຮັບຮອງເອົາບັນດາເອກະສານຍຸດທະສາດກ່ຽວກັບວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນຢູ່ກອງປະຊຸມໃຫຍ່ຈະສ້າງພື້ນຖານອັນໜັກແໜ້ນເພື່ອໃຫ້ຫວຽດນາມ ຫັນປ່ຽນຮູບແບບການເຕີບໂຕ, ແກ້ໄຂສິ່ງທ້າທາຍ ແລະຍົກສູງຄຸນນະພາບການດໍາລົງຊີວິດຂອງປະຊາຊົນ.

ໂດຍມີທັດສະນະດຽວກັນກ່ຽວກັບການຫັນປ່ຽນຮູບແບບການເຕີບໂຕຂອງຫວຽດນາມ, ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ຕີລາຄາສູງຕໍ່ຈິນຕະນາການຍຸດທະສາດໃນຮ່າງເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ເມື່ອກໍານົດເອົາວິທະຍາສາດ-ເຕັກໂນໂລຢີ ແລະການຫັນເປັນດີຈີຕອນແຫ່ງຊາດແມ່ນກໍາລັງໜູນຕົ້ນຕໍ. ທ່ານນາງເອກອັກຄະລັດຖະທູດລາວ ຖືວ່າ, ນີ້ແມ່ນບາດກ້າວຫັນປ່ຽນຈາກການເຕີບໂຕໂດຍອີງໃສ່ທຶນຮອນ ແລະແຮງງານລາຄາຖືກໄປສູ່ພື້ນຖານເສດຖະກິດພູມປັນຍາ, ສ່ອງແສງໃຫ້ເຫັນການຮັບມືຢ່າງເປັນເຈົ້າການຂອງຫວຽດນາມ ຕໍ່ກັບສະພາບການທົ່ວໂລກທີ່ເຕັມໄປດ້ວຍການຜັນແປ.

ພິເສດ, ທ່ານນາງເອກອັກຄະລັດຖະທູດ ມີຄວາມປະທັບໃຈຕໍ່ທັດສະນະກຳນົດພື້ນຖານເສດຖະກິດເອກະຊົນເປັນກຳລັງໜູນສຳຄັນ, ໄດ້ສະແດງໃຫ້ເຫັນຈິນຕະນາການທີ່ເປີດອົກເປີດໃຈ ແລະພຶດຕິກໍາຕົວຈິງໃນການປັບປຸງລະບອບລະບຽບການເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃຫ້ສົມບູນແບບ, ຊ່ວຍປຸກລະດົມແຫຼ່ງກຳລັງໃນສັງຄົມຢ່າງມີປະສິດທິຜົນ.

leftcenterrightdel
ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ ຄຳເພົາ ເອີນທະວັນ ກໍ່ໄດ້ເນັ້ນໜັກເຖິງຄວາມໝາຍທີ່ຄືກັນເມື່ອກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ດຳເນີນໄປໃນຈຸດເວລາດຽວກັນ, ໄດ້ສ່ອງແສງໃຫ້ເຫັນສາຍພົວພັນສາມັກຄີແບບພິເສດ ແລະຄວາມຄາດຫວັງລວມຂອງສອງຊາດບົນເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ.

ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ ປະຊາຊົນກູບາ ເຊື່ອໝັ້ນ ແລະສະແດງຄາດຫວັງວ່າ ຫວຽດນາມ ຈະສືບຕໍ່ຢືນຢັນເສັ້ນທາງພັດທະນາຂອງຕົນ, ຄື: ກໍ່ສ້າງສັງຄົມໂດຍຖືເອົາປະຊາຊົນເປັນໃຈກາງ, ພັດທະນາປະເທດຕາມທິດສັງຄົມນິຍົມ, ກົມກຽວກັບສິ່ງແວດລ້ອມ, ສັນຕິພາບ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບປະຊາຄົມສາກົນ.

ປະຊາຊົນກູບາ ກໍ່ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ກໍ່ສ້າງພື້ນຖານເສດຖະກິດ, ສ້າງຄວາມຮັ່ງມີໃຫ້ແກ່ປະເທດຊາດ, ນໍາເອົາສະຫວັດດີການສັງຄົມທີ່ສູງກວ່າ, ມີຄວາມຍຸຕິທໍາກວ່າມາໃຫ້ປະຊາຊົນ, ພ້ອມທັງຊຸກຍູ້ການພັດທະນາປະເທດຊາດຢ່າງຮອບດ້ານ ແລະຍືນຍົງ.

leftcenterrightdel
ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເອກອັກຄະລັດຖະທູດ ກູບາ ເນັ້ນໜັກວ່າ ບັນດາຜົນງານ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາແມ່ນພະຍານຫຼັກຖານຢ່າງຈະແຈ້ງໂດຍຊີ້ໃຫ້ເຫັນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ດ້ວຍຈິດໃຈສາມັກຄີ, ເຈດຈໍານົງອົງອາດກ້າແກ່ນ ແລະຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ຫວຽດນາມ ສາມາດກໍ່ສ້າງສັງຄົມພັດທະນາ, ມີສະຖຽນລະພາບ ແລະກ້າວໜ້າ.

ທ່ານ Carlos Fernandes Juárez ເອກອັກຄະລັດຖະທູດ ເວເນຊູເອລາ ປະຈຳ ຫວຽດນາມ ຕີລາຄາວ່າ ຫວຽດນາມ ບັນລຸໄດ້ໝາກຜົນສຳຄັນໃນຊຸມປີຜ່ານມາ, ພິເສດແມ່ນໃນຂະບວນວິວັດແຫ່ງການຫັນເປັນອຸດສາຫະກຳ, ການເຕີບໂຕເສດຖະກິດ ແລະຜົນປະໂຫຍດຂອງສັງຄົມ ເຊິ່ງປະຊາຊົນຫວຽດນາມ ໄດ້ຊົມໃຊ້ເປັນຈຳນວນຫຼວງຫຼາຍ.

ທ່ານ ຖືວ່າ, ບັນດາຜົນງານທີ່ບັນລຸໄດ້ນີ້ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນແນວທາງທີ່ຖືກຕ້ອງຂອງພັກ ແລະລັດຖະບານຫວຽດນາມ ໃນການຖືເອົາປະຊາຊົນເປັນໃຈກາງ, ອີງໃສ່ພື້ນຖານຫັນເປັນອຸດສາຫະກຳ ແລະນຳໃຊ້ແນວຄິດໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ. ນັກການທູດເວເນຊູເອລາ ຍັງຕີລາຄາວ່າ ຫວຽດນາມ ເປັນແບບຢ່າງບໍ່ພຽງແຕ່ສຳລັບເວເນຊູເອລາ ເທົ່ານັ້ນ, ຫາກຍັງສຳລັບຫຼາຍປະເທດພວມພັດທະນາອີກດ້ວຍ.

ເມື່ອເຕື້ອງເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ທ່ານເອກອັກຄະລັດຖະທູດ ຖືວ່າ ນີ້ແມ່ນກາລະໂອກາດເພື່ອສືບທອດບັນດານະໂຍບາຍທີ່ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນໃນຊຸມປີຜ່ານມາ ໃນສະພາບການທີ່ຫວຽດນາມ ມີທີ່ຕັ້ງນັບມື້ນັບສູງຂຶ້ນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະມີບົດບາດນັບມື້ນັບຈະແຈ້ງຢູ່ເວທີສາກົນ, ໃນນັ້ນມີ ພາກພື້ນອາເມລິກາລາຕິນ.

ທ່ານເອກອັກຄະລັດຖະທູດ ຖືວ່າ ເວເນຊູເອລາ ໄດ້ຕິດຕາມກອງປະຊຸມໃຫຍ່ ຄັ້ງທີ XIV ດ້ວຍຄວາມສົນໃຈ ແລະຕັ້ງຄວາມຫວັງອັນໃຫຍ່ຫຼວງ, ຖືວ່າ ນີ້ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ຮັກສາ ແລະເສີມຂະຫຍາຍບັນດານະໂຍບາຍທີ່ໄດ້ນຳມາເຊິ່ງຜົນສຳເລັດໃນຊຸມປີຜ່ານມາ; ພ້ອມທັງຕີລາຄາວ່າວຽກງານວາງແຜນກໍານົດນະໂຍບາຍຢ່າງແໜ້ນແຟ້ນ, ສະເໝີຕົ້ນສະເໝີປາຍຂອງພັກກອມມູນິດຫວຽດນາມ ແມ່ນປັດໄຈສຳຄັນທີ່ຊ່ວຍໃຫ້ຫວຽດນາມ ບໍ່ພຽງແຕ່ພັດທະນາພາຍໃນປະເທດເທົ່ານັ້ນ ຫາກຍັງຍົກສູງບົດບາດຢູ່ພາກພື້ນ ແລະໃນໂລກອີກດ້ວຍ.

ກ່ຽວຂ້ອງເຖິງການພົວພັນສອງຝ່າຍ, ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ສໍາລັບ ເວເນຊູເອລາ, ຫວຽດນາມ ບໍ່ພຽງແຕ່ເປັນຄູ່ຮ່ວມມືເທົ່ານັ້ນ ຫາກຍັງແມ່ນເພື່ອນມິດທີ່ຈິງໃຈ ແລະເປັນໜ້າໄວ້ເນື້ອເຊື່ອໃຈອີກດ້ວຍ; ຫວຽດນາມ ກໍ່ແມ່ນແບບຢ່າງໃນຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ມຸ່ງໄປເຖິງການພັດທະນາ ແລະນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນ.

leftcenterrightdel
ທ່ານ Saadi Salama ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ໃນຖານະທີ່ເປັນຫົວໜ້າຄະນະການທູດ ແລະເຄີຍເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກ 5 ຄັ້ງ, ທ່ານ Saadi Salama ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ ໄດ້ແບ່ງປັນຄວາມເຊື່ອໝັ້ນຢ່າງເລິກເຊິ່ງວ່າ, ເຖິງວ່າໃນສະພາບການສາກົນເຕັມໄປດ້ວຍສິ່ງທ້າທາຍ, ຫວຽດນາມ ຍາມໃດກໍ່ຊອກຫາເສັ້ນທາງທີ່ເໝາະສົມ ເພື່ອພັດທະນາປະເທດໃຫ້ເຂັ້ມແຂງ.

ບັນດາເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ບັນດາລັດຖະນະໂຍບາຍໃນກອງປະຊຸມໃຫຍ່ຈະສ້າງກຳລັງໜູນ ເພື່ອໃຫ້ຫວຽດນາມ ສືບຕໍ່ພັດທະນາເຕັມໄປດ້ວຍແຮງບັນດານໃຈ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຂອງພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ