leftcenterrightdel
ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy ແລະທ່ານປະທານາທິບໍດີອາເມລິກາ  Donald Trump ພົບກັນຢູ່ນອກກອງປະຊຸມ WEF 56, ຢູ່ Davos,  ສະວິດໃນວັນທີ 22/1/2026. ພາບ:  REUTERS

ທ່ານ Volodymyr Zelensky ເນັ້ນໜັກວ່າ ຂໍ້ຕົກລົງສະບັບນີ້ໄດ້ຮັບການສ້າງຂຶ້ນ ຄືດັ່ງເປັນເຄື່ອງກຳບັງດ້ານນິຕິກຳ ແລະການທະຫານໃຫ້ແກ່ ຢູແກຼນ, ໂດຍມີຈຸດປະສົງສະກັດກັ້ນທຸກເຈດຕະນາທີ່ຝ່າຍລັດເຊຍ ອາດຈະກໍ່ການປະທະກັນຂຶ້ນຄືນອີກໃນອະນາຄົດ. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງດັ່ງກ່າວຍັງຄົງຕ້ອງຜ່ານຂັ້ນຕອນສຸດທ້າຍ ແລະພິທີລົງນາມຢ່າງເປັນທາງການລະຫວ່າງປະມຸກລັດສອງປະເທດກ່ອນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ອາເມລິກາ ແລະຢູແກຼນ ເພື່ອໃຫ້ສັດຕະຍາບັນ.

ສ່ວນທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ ການພົບປະໄດ້ດຳເນີນຢ່າງຕັ້ງໜ້າ, ພ້ອມທັງຢັ້ງຢືນສານສົ່ງເຖິງທ່ານປະທານາທິບໍດີ ລັດເຊຍ ວ່າ: “ການປະທະກັນຕ້ອງຢຸດຕິ”. ປັດຈຸບັນ, ຝ່າຍ ລັດເຊຍ ຍັງບໍ່ທັນມີປະຕິກິລິຍາໃດທີ່ກ່ຽວຂ້ອງເຖິງກອງປະຊຸມດັ່ງກ່າວເທື່ອ.

ແຫຼ່ງຄັດຈາກ: vovworld.vn