8 ປະເທດ ອາຣັບ ແລະ ອິດສະລາມ ທີ່ອອກຖະແຫຼງການຮ່ວມແຈ້ງຂໍ້ຕົກລົງເຂົ້າຮ່ວມສະພາສັນຕິພາບ ກາຊາ ລວມມີ: ອີຢິບ, ຕວັກກີ, ຊະອຸດີ ອາຣາເບຍ, ສະຫະລັດອາຣັບ ເອັມມີເລດ, ຈໍແດນ, ກາຕາ, ປາກິດສະຖານ ແລະ ອິນໂດເນເຊຍ. ນີ້ກໍ່ແມ່ນ 8 ປະເທດທີ່ເຄີຍອອກຖະແຫຼງການຮ່ວມກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງສົງຄາມ ກາຊາ ເປັນຫຼາຍຄັ້ງໃນໄລຍະຜ່ານມາ.

leftcenterrightdel
ພາບປະກອບຈາກ Reuters.

ໃນວັນດຽວກັນ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ກໍ່ແຈ້ງໃຫ້ຊາບວ່າ ທ່ານ Benjamin Netanyahu, ນາຍົກລັດຖະມົນຕີປະເທດນີ້ ໄດ້ເຫັນດີຕໍ່ຄຳເຊີນຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ກ່ຽວກັບການເຂົ້າຮ່ວມສະພາສັນຕິພາບ ກາຊາ.

ໂດຍ: ກວຽດເຕິມ