ລັດເຊຍ, ຢູແກຼນ ແລະອາເມລິກາ ຈັດຕັ້ງການເຈລະຈາສາມຝ່າຍຢູ່ UAE
ບັນດາຄະນະຜູ້ແທນລັດເຊຍ, ຢູແກຼນ ແລະອາເມລິກາ ໄດ້ພົບປະກັນໃນວັນທີ 23 ມັງກອນ ຢູ່ນະຄອນ Abu Dhabi ຂອງ ສະຫະລັດ ອາຣັບ ເອມມີເລດ (UAE), ເພື່ອດຳເນີນບັນດາການເຈລະຈາສາມຝ່າຍແບບເຊິ່ງໜ້າທຳອິດກ່ຽວກັບແຜນການ ໂດຍທ່ານປະທານາທິບໍດີອາເມລິກາ Donald Trump ຊຸກຍູ້, ເພື່ອແນໃສ່ຢຸດຕິການປະທະກັນທີ່ໄດ້ແກ່ຍາວເກືອບ 4 ປີ.
    |
 |
|
ການເຈລະຈາສາມຝ່າຍລະຫວ່າງອາເມລິກາ, ລັດເຊຍ ແລະຢູແກຼນ ໂດຍ UAE ເປັນປະທານໃນວັນທີ 23 ມັງກອນ. ພາບ: Hamad Al Kaabi/UAE Presidential Court/Handout via REUTERS |
ຕາມຖະແຫຼງການຂອງກະຊວງການຕ່າງປະເທດ UAE ແລ້ວ, ບັນດາການພົບປະເຈລະຈາໄດ້ແກ່ຍາວ 2 ວັນ, ເຊິ່ງເປັນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມພວມດຳເນີນແນໃສ່ຊຸກຍູ້ການເຈລະຈາ ແລະຊອກຫາບັນດາມາດຕະການທາງການເມືອງໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ. ກ່ອນດໍາເນີນວາລະເຈລະຈາ, ທ່ານປະທານາທິບໍດີຢູແກຼນ Volodymyr Zelenskyy ຖະແຫຼງວ່າ ບັນຫາ Donbass (ທາງທິດຕາເວັນອອກຢູແກຼນ) ແມ່ນແກ່ນສານ ແລະສາມຝ່າຍຈະປຶກສາຫາລືກ່ຽວກັບບັນຫານີ້ໃນສອງວັນເຈລະຈາຢູ່ UAE.
ໃນຂະນະນັ້ນ, ວັນທີ 23 ມັງກອນ, ທ່ານ Dmitry Peskov ໂຄສົກວັງ Kremlin ຖະແຫຼງວ່າເລື່ອງ ຢູແກຼນ ຖອນກຳລັງອອກຈາກເຂດ Donbass ແມ່ນເງື່ອນໄຂສຳຄັນທີ່ສຸດ.
ແຫຼ່ງຄັດຈາກ: vovworld.vn