ວັນທີ 21 ມັງກອນ, ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ທ່ານ ຈະພົບປະກັບບັນດາທູດພິເສດ ອາເມລິກາ, ແມ່ນທ່ານ Steve Witkoff ແລະ ທ່ານ Jared Kushner ໃນວັນທີ 23 ມັງກອນ ເພື່ອຊຸກຍູ້ການຊອກຫາມາດຕະການໃຫ້ແກ່ການປະທະກັນ ລັດເຊຍ - ຢູແກຼນ ທີ່ແກ່ຍາວເປັນເວລາ 4 ປີແລ້ວ. ຂໍ້ມູນດັ່ງກ່າວ ໂດຍທ່ານປະທານາທິບໍດີ ລັດເຊຍ ຍົກອອກມາໃນກອງປະຊຸມສະພາຄວາມໝັ້ນຄົງ ລັດເຊຍ. ໜຶ່ງໃນບັນດາເນື້ອໃນສຳຄັນທີ່ຄາດວ່າຈະໄດ້ປຶກສາຫາລືກັບທູດພິເສດ ອາເມລິກາ ແມ່ນການນຳໃຊ້ຊັບສິນທີ່ຖືກອາຍັດຂອງລັດເຊຍ ເພື່ອສ້າງບັນດາເຂດທີ່ຖືກຜົນສະທ້ອນຈາກການປະທະກັນຄືນໃໝ່.

leftcenterrightdel
ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ. ພາບ:​ reuters

ກ່ຽວຂ້ອງເຖິງເລື່ອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ເຊີນ ລັດເຊຍ ເຂົ້າຮ່ວມສະພາສັນຕິພາບ ກາຊາ, ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ລັດເຊຍ ຈະຄົ້ນຄວ້າ ແລະ ຈະມີຄຳຕອບໃນຈຸດເວລາທີ່ເໝາະສົມ.

ແຫຼ່ງຄັດຈາກ vovworld.vn