ວັນທີ 22 ມັງກອນ, ສໍານັກຂ່າວສານ Reuters ໃຫ້ຮູ້ວ່າ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ດຳເນີນການປ່ອນບັດເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ສໍານັກຂ່າວສານ Reuters ໃຫ້ຂໍ້ສັງເກດວ່າ, ວາລະກອງປະຊຸມໃຫຍ່ ໄດ້ຫຼຸດລົງ 1 ມື້ເຄິ່ງ ເມື່ອທຽບກັບແຜນການເບື້ອງຕົ້ນ ເຊິ່ງ ໄດ້ສະແດງໃຫ້ເຫັນຄວາມເຫັນດີເປັນເອກະພາບສູງສຸດໃນພັກກອມມູນິດຫວຽດນາມ.
ໃນຂະນະນັ້ນ, ໜັງສືພິມປະຊາຊົນຂອງລາວ ກໍ່ໃຫ້ຂໍ້ສັງເກດວ່າ ເລື່ອງຈັດຕັ້ງກອງປະຊຸມໃຫຍ່ ຜູ້ແທນທ່ົວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຄາດຫວັງພັດທະນາທີ່ໄດ້ວາງອອກຢ່າງຈະແຈ້ງ, ບໍ່ພຽງແຕ່ໃນຂອບເຂດປະເທດເທ່ົານັ້ນ ຫາກຍັງຕິດພັນກັບຄວາມຮຽກຮ້ອງຕ້ອງການຍົກສູງບົດບາດ ແລະທີ່ຕ້ັງຂອງຫວຽດນາມ ຢູ່ເວທີສາກົນອີກດ້ວຍ.
ຕາມ ໜັງສືພິມ ປະຊາຊົນ ແລ້ວ, ວຽກງານກະກຽມບັນດາເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ໄດ້ດໍາເນີນໄປຢ່າງຄົບຖ້ວນ, ມີແບບມີແຜນ, ຕາມວິທີວິທະຍາສາດ, ຕິດແທດກັບພຶດຕິກໍາຕົວຈິງ, ມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການສະຫຼຸບ, ກວດກາຄືນຂະບວນການປະຕິບັດໃນຕະຫຼອດ 40 ປີແຫ່ງການປ່ຽນແປງໃໝ່ກັບການຄາດຄະເນທ່າອ່ຽງພັດທະນາຂອງພາກພື້ນ ແລະໂລກ.
ໜັງສືພິມ ປະຊາຊົນ ກໍ່ຊີ້ແຈງໃຫ້ເຫັນວ່າ, ເລື່ອງຂໍຄໍາເຫັນຢ່າງກວ້າງຂວາງຈາກປະຊາຊົນທຸກຊັ້ນຄົນ, ດຶງດູດການເຂົ້າຮ່ວມຂອງເກືອບ 14 ລ້ານເທື່ອຄົນ, ບໍ່ພຽງແຕ່ສ່ອງແສງໃຫ້ເຫັນຄຸນຄ່າຂອງປະຊາທິປະໄຕ ແລະຄວາມເຫັນດີເຫັນພ້ອມໃນສັງຄົມຢູ່ໃນລະດັບສູງເທ່ົານັ້ນ ຫາກຍັງປະກອບສ່ວນປັບປຸງການກໍານົດທິດໃຫຍ່ກ່ຽວກັບການພັດທະນາແບບຍືນຍົງ, ການຫັນເປັນດີຈີຕອນ, ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ຄວາມໝັ້ນຄົງດ້ານພະລັງງານ ແລະການເຂົ້າຮ່ວມແກ້ໄຂສິ່ງທ້າທາຍໃນທົ່ວໂລກຢ່າງເປັນເຈົ້າການອີກດ້ວຍ.
    |
 |
|
ສໍານັກຂ່າວສານ Prensa Latina ຂອງກູບາ ເປີດຕົວຄໍລຳ "ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ". ພາບ: baochinhphu.vn |
ໜັງສືພິມ Juventud Rebelde ຂອງຄະນະຊາວໜຸ່ມກອມມູນິດກູບາ ກໍ່ໄດ້ລົງບົດຂຽນຂອງນັກຂ່າວ Luis Manuel Arce Isaac ດ້ວຍຫົວຂໍ້ “ພັກໜຶ່ງ ແລະປະເທດໜຶ່ງ ທີ່ເຕັມໄປດ້ວຍແຮງບັນດານໃຈ”, ໃນນັ້ນ ໄດ້ຢືນຢັນວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ມີຄວາມໝາຍປະຫວັດສາດ, ເປັນຂີດໝາຍບາດລ້ຽວໃນຂະບວນການພັດທະນາ ແລະກ້າວຂຶ້ນໃນກິດຈະການປ່ຽນແປງໃໝ່ຂອງປະຊາຊົນ ຫວຽດນາມ, ພາຍຫຼັງກວ່າເຄິ່ງສະຕະວັດທີ່ທ້ອນໂຮມປະເທດຊາດເປັນເອກະພາບ.
ໃນຊຸມວັນຜ່ານມາ, ສື່ມວນຊົນຂອງຍີ່ປຸ່ນ ກໍ່ໄດ້ຕິດຕາມຢ່າງໃກ້ຊິດ ແລະລົງຂ່າວຢ່າງໜາແໜ້ນກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ໂດຍໄດ້ເນັ້ນໜັກເຖິງຄວາມໝາຍດ້ານການເມືອງຂອງເຫດການນີ້ ກໍ່ຄືເປົ້າໝາຍຂອງການເຕີບໂຕເສດຖະກິດທີ່ທະເຍີທະຍານຂອງຫວຽດນາມ ໃນໄລຍະ 5 ປີຈະມາເຖິງ, ສະຖານີວິທະຍຸ NHK ກໍ່ໄດ້ຄັດສະເໜີຄໍາເວົ້າຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ໂດຍໃຫ້ຮູ້ວ່າ ຫວຽດນາມ ສູ້ຊົນໃຫ້ບັນລຸເປົ້າໝາຍເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP) ສະເລ່ຍ ໄລຍະ 2026-2030 ແມ່ນແຕ່ 10%ຕໍ່ປີຂຶ້ນໄປ. NHK ກໍ່ຍົກໃຫ້ເຫັນເປົ້າໝາຍທີ່ພົ້ນເດັ່ນກ່ຽວກັບການຫັນລະບຽບການບໍລິຫານເປັນງ່າຍດາຍ, ປັບປຸງສະພາບແວດລ້ອມການລົງທຶນດໍາເນີນທຸລະກິດ, ຊຸກຍູ້ເສດຖະກິດພາກເອກະຊົນຂອງຫວຽດນາມ, ພ້ອມທັງ ຮັບຮູ້ລະດັບເຕີບໂຕ GDP ປີ 2025 ບັນລຸ 8,02% ຂອງຫວຽດນາມ.
China Daily (ຈີນ) ໄດ້ຄັດສະໜີການໃຫ້ຂໍ້ສັງເກດຂອງນັກຊ່ຽວຊານ ໂດຍຖືວ່າ, ກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ຮັບຮູ້ຢ່າງກວ້າງຂວາງຄືດັ່ງ ບາດລ້ຽວປະຫວັດສາດ, ເປັນຂີດໝາຍການຫັນປ່ຽນໄປສູ່ສັງກາດໃໝ່ຂອງກໍາລັງແຮງແຫ່ງຊາດ ແລະຄວາມສາມາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ອີກບົດຂຽນໜຶ່ງຢູ່ The Jakarta Post ກໍ່ໄດ້ຄັດສະເໜີຄໍາຄິດເຫັນຂອງນັກວິເຄາະ ໂດຍຖືວ່າ, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ເປັນຂີດໝາຍບາດລ້ຽວຍຸດທະສາດສໍາຄັນໃນການພັດທະນາຂອງຫວຽດນາມ. ບົດຂຽນມີຫົວຂໍ້ວ່າ “ສັງກາດທີ່ຟື້ນຕົວຂຶ້ນຂອງຫວຽດນາມ ໃນໂລກທີ່ເຕັມໄປດ້ວຍການຜັນແປ” ໂດຍຢືນຢັນວ່າ ຫວຽດນາມ ພົ້ນເດັ່ນຂຶ້ນຄືເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດຢູ່ ພາກພື້ນໃນສະພາບການເສດຖະກິດໂລກມີການຜັນແປຫຼາຍຢ່າງ. ດ້ານການຄ້າຂອງຫວຽດນາມ ສືບຕໍ່ມີການເຕີບໂຕເຖິງແມ່ນວ່າຕ່ອງໂສ້ການສະໜອງຖືກຕັດຕອນ.
ສິ່ງດັ່ງກ່າວນີ້ໄດ້ສ່ອງແສງໃຫ້ເຫັນການມີໄຫວພິບຂອງບັນດາວິສາຫະກິດຂະໜາດນ້ອຍ ແລະກາງຢູ່ພາຍໃນປະເທດ ແລະການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງຂອງຫວຽດນາມ ເຂົ້າໃນຕ່ອງໂສ້ການສະໜອງທົ່ວໂລກ.
ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ ບັນດາຜົນສໍາເລັດນີ້ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມບໍ່ແມ່ນປະເທດທີ່ເປັນຮອງອີກແລ້ວ ແຕ່ແມ່ນປັດໄຈທີ່ສໍາຄັນໃນກະແສການຄ້າສາກົນ. ບົດຂຽນໄດ້ຕີລາຄາສູງຕໍ່ຜົນງານດ້ານການຕ່າງປະເທດຂອງຫວຽດນາມ, ພິເສດແມ່ນເລື່ອງຫວຽດນາມ ສ້າງຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 5 ປະເທດກຳມະການຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດໃນໄລຍະສັ້ນ. ບົດຂຽນຖືວ່າ ສິ່ງດັ່ງກ່າວນີ້ບໍ່ພຽງແຕ່ມີຄວາມໝາຍກ່ຽວກັບການຕ່າງປະເທດເທົ່ານັ້ນ ຫາກຍັງແມ່ນໝາກຜົນຂອງຍຸດທະສາດໄລຍະຍາວເພື່ອຮັກສາການເປັນເຈົ້າຂອງທາງຍຸດທະສາດໃນໂລກທີ່ເຕັມໄປດ້ວຍການຜັນແປ.
ໂດຍ: ໄຊນີດາ