leftcenterrightdel
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ. ພາບ: Reuters

ກ່າວຄຳເຫັນພາຍຫຼັງການພົບປະກັບທ່ານ Mark Rute, ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ຢູ່ນອກເວທີປາໄສເສດຖະກິດໂລກຢູ່ Davos, ສະວິດ, ທ່ານປະທານາທິບໍດີ Donald Trump ຖະແຫຼງຈະໂຈະການຈັດວາງພາສີ 10% ສຳລັບ 8 ປະເທດເອີລົບ ໂດຍຊົ່ວຄາວ, ເຊິ່ງເຄີຍຄາດຄະເນຈະມີຜົນບັງຄັບໃຊ້ແຕ່ວັນທີ 1 ກຸມພາ, ພາຍຫຼັງບັນລຸໄດ້ຂອບເຂດຂອງຂໍ້ຕົກລົງເບື້ອງຕົ້ນກ່ຽວຂ້ອງເຖິງເກາະ Greenland ຂອງ ແດນມາກ ແລະ ຄວາມໝັ້ນຄົງຢູ່ເຂດຂົ້ວໂລກເໜືອ. ພ້ອມກັນນັ້ນ, ທ່ານ ກໍ່ບົ່ງຕົວທ່ານ J.D Vance, ຮອງປະທານາທິບໍດີ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ແລະ ທ່ານ Steve Witkoff ທູດພິເສດຂອງອາເມລິກາ ຮັບຜິດຊອບການເຈລະຈາກ່ຽວກັບບັນຫານີ້. ທ່ານປະທານາທິບໍດີ Donald Trump ກໍ່ຢືນຢັນຄວາມປາດຖະໜາຂອງທ່ານ ສຳລັບ Greenland ແມ່ນເລີ່ມມາຈາກເຫດຜົນດ້ານຄວາມໝັ້ນຄົງ, ບໍ່ແມ່ນຜົນປະໂຫຍດດ້ານເສດຖະກິດ ຫຼື ຊັບພະຍາກອນ.

ແຫຼ່ງຄັດຈາກ vovworld.vn