ວັນທີ 21 ມັງກອນ, ລັດຖະສະພາເອີລົບ (EP) ໄດ້ດຳເນີນການປ່ອນບັດສົ່ງສຳເນົາເອກະສານຂໍ້ຕົກລົງດ້ານການຄ້າທີ່ຫາກໍ່ລົງນາມລະຫວ່າງ ສະຫະພາບ ເອີລົບ (ອີຢູ) ກັບກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur) ຂຶ້ນສານຍຸຕິທຳສະຫະພາບ ເອີລົບ (CJEU). ການກະທຳດັ່ງກ່າວໄດ້ສ້າງຄວາມຂາດສະຖຽນລະພາບດ້ານນິຕິກຳຕໍ່ສັນຍາ ແລະ ຖືກອົງການປະຕິບັດກົດໝາຍຂອງສະຫະພາບຕຳໜິຕິຕຽນໃນທັນທີ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ທີ່ການປ່ອນບັດຢູ່ Strasbourg (ຝລັ່ງ) ດ້ວຍໝາກຜົນ 334 ບັດເຫັນດີ ແລະ 324 ບັດຄ້ານ, ບັນດາສະມາຊິກລັດຖະສະພາ ໄດ້ຮັບຮອງເອົາເລື່ອງຮຽກຮ້ອງໃຫ້ CJEU ຢັ້ງຢືນວ່າ ຂໍ້ຕົກລົງນີ້ມີຄວາມເໝາະສົມກັບນະໂຍບາຍຂອງກຸ່ມ ຫຼື ບໍ່. ຕາມນັ້ນແລ້ວ, CJEU ຈະຕ້ອງພິຈາລະນາສິ່ງທ້າທາຍດ້ານນິຕິກຳນີ້, ເຊິ່ງແມ່ນວິວັດການອາດຈະເຮັດໃຫ້ຖືກໂຈະ ຫຼື ຊ້ຳບໍ່ໜຳແມ່ນທຳລາຍຂໍ້ຕົກລົງທີ່ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາເປົ້າໝາຍສຳຄັນໃນຍຸດທະສາດຂອງ ບຣຸກແຊນ ເພື່ອແນໃສ່ເປີດກວ້າງບັນດາຕະຫຼາດໃໝ່.

ແຫຼ່ງຄັດຈາກ vovworld.vn