leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Donald Trump ຈັບສົນທິສັນຍາສະພາສັນຕິພາບ ທີ່ໄດ້ລົງນາມໃນ 22 ມັງກອຍ 2026. ພາບ: REUTERS/Denis Balibouse

ດ້ວຍບົດບາດເປັນປະທານສະພາ, ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າ ສະພາຈະເຄື່ອນໄຫວດ້ວຍການສົມທົບກັບ ສປຊ ໃນບັນດາຄວາມມານະພະຍາຍາມຊຸກຍູ້ສັນຕິພາບ ແລະສະຖຽນລະພາບສາກົນ.

ໃນພິທີລົງນາມ, ການນຳ ແລະເຈົ້າໜ້າທີ່ຂັ້ນສູງທີ່ມາຈາກ 19 ປະເທດພ້ອມກັນລົງນາມໃນກົດລະບຽບກໍ່ຕັ້ງສະພາສັນຕິພາບເຂດກາຊາ. ບັນດາປະເທດດັ່ງກ່າວລວມມີ: ອາເມລິກາ, ອາກເມເນຍ, ອາກຊັງຕິນ, ອາເຊັກໄບຊານ, ບາເຣັນ, ບຸນກາຣີ, ຮຸງກາຣີ, ອິນໂດເນເຊຍ, ຈໍແດນ, ກາຊັກສະຖານ, ມົງໂກນ, ມາຣົກ,  ປາກິດສະຖານ, ປາຣາກວາຍ, ກາຕາ, ອາຣັບບິ ຊະອຸດິ, ຕວັກກີ, ສະຫະລັດອາຣັບ ເອມມີເລດ (UAE) ແລະອູເບກິດສະຖານ.

ເມື່ອແຈ້ງການໃນພິທີ, ທ່ານນາງ Karoline Leavitt ເລຂາດ້ານສື່ມວນຊົນຂອງທຳນຽບຂາວ ໃຫ້ຮູ້ວ່າ ກົດລະບຽບຂອງສະພາສັນຕິພາບເຂດກາຊາ ໂດຍ ອາເມລິກາ ລິເລີ່ມ ໄດ້ເລີ່ມມີຜົນບັງຄັບໃຊ້ແລ້ວ ແລະອາເມລິກາ ຖືສະພາດັ່ງກ່າວຄືດັ່ງເປັນກົນໄກສາກົນແນໃສ່ຊຸກຍູ້ບັນດາຄວາມມານະພະຍາຍາມຕໍ່ສັນຕິພາບ.

ແຫຼ່ງຄັດຈາກ: vovworld.vn