ທ່ານປະທານາທິບໍດີອາເມລິກາ ຖະແຫຼງວ່າຈະໂນ້ມນ້າວໃຈປະຊາຊົນ Greenland ໄດ້ວ່າ ເຂົາເຈົ້າ ຈະມີຄວາມຜາສຸກຖ້າກາຍເປັນສ່ວນໜຶ່ງຂອງອາເມລິກາ.

ທັດສະນະຂອງທ່ານປະທານາທິບໍດີອາເມລິກາ ໄດ້ຍົກອອກມາໃນສະພາບການທີ່ ທ່ານ ຈະໄປປະຕິບັດງານຢູ່ Davos, ປະເທດສະວິດ ເພື່ອເຂົ້າຮ່ວມເວທີເສດຖະກິດໂລກ. ຢູ່ Davos, ທ່ານປະທານາທິບໍດີ Donald Trump ກໍຈະພົບປະກັບບັນດາສຳພັນທະມິດ NATO.

ທ້າຍອາທິດຜ່ານມາ, ທ່ານປະທານາທິບໍດີ Donald Trump ໄດ້ນາບຂູ່ຈັດວາງອັດຕາພາສີ 10% ສຳລັບແດນມາກ ແລະ 7 ປະເທດສະມາຊິກ NATO ອື່ນອີກ ຍ້ອນຄັດຄ້ານອາເມລິກາ ໃນບັນຫາກ່ຽວຂ້ອງເຖິງ Greenland. ພ້ອມດຽວກັນນັ້ນ, ຝ່າຍ ອາເມລິກາ ໄດ້ຖະແຫຼງເປັນຫຼາຍຄັ້ງວ່າ ຈະບໍ່ຍົກເວັ້ນກໍລະນີນຳໃຊ້ກຳລັງປະກອບອາວຸດເພື່ອຢຶດເອົາດິນແດນນີ້ຈາກແດນມາກ.

ແຫຼ່ງຄັດຈາກ: vovworld.vn