ທ່ານ Jonathan Fowler ໂຄສົກຂອງ UNRWA ໃຫ້ຮູ້ວ່າ ບັນດາກຳລັງອິດສະຣາແອັນ ໄດ້ບຸກເຂົ້າເຂດປະສົມໃນເວລາປະມານ 7 ໂມງເຊົ້າຂອງວັນທີ 20 ມັງກອນ ຕາມເວລາທ້ອງຖິ່ນ ໃນການກະທຳທີ່ ທ່ານ ຖືວ່າ “ການບຸກໂຈມຕີເລັ່ງໃສ່ UNRWA ແລະບັນດາຮາກຖານຂອງອົງການນີ້”.

ຕາມແຫຼ່ງຂ່າວຈຳນວນໜຶ່ງ, ກຳລັງ ອິດສະຣາແອັນ ໄດ້ຈັດລົດດຸດດິນ ແລະພາຫະນະອຸປະກອນໜັກມາມ້າງທຳລາຍສຳນັກງານ UNRWA ຢູ່ Jerusalem  ຕາເວັນອອກ ພ້ອມກັບບັນດາກິດຈະກຳຢູ່ພາຍໃນນັ້ນ. ໃນຖະແຫຼງການໜຶ່ງ, ກະຊວງການຕ່າງປະເທດອິດສະຣາແອັນ ໃຫ້ຮູ້ວ່າ UNRWA ໄດ້ຢຸດຕິທຸກການເຄື່ອນໄຫວຢູ່ສະຖານທີ່ດັ່ງກ່າວ ແລະບໍ່ມີພະນັກງານ ຫຼື ການເຄື່ອນໄຫວໃດໆຂອງ ສປຊ ໃນບໍລິເວນຂອງສຳນັກງານ.

ແຫຼ່ງຄັດຈາກ: vovworld.vn