ອີຢິບ ຂົນສົ່ງເຄື່ອງຊ່ວຍເຫຼືອ 7.600 ໂຕນ ໄປຍັງເຂດກາຊາ
ວັນທີ 20 ມັງກອນ, ອົງການຊີກວົງເດືອນແດງຂອງ ອີຢິບ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳຖ້ຽວໃໝ່ເຂົ້າເຂດກາຊາ ລວມກວ່າ 7.600 ໂຕນ, ໃນນັ້ນມີ ທັນຍາຫານ 4.660 ໂຕນ.
    |
 |
|
ລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳສາກົນ ພວມຜ່ານດ່ານ Rafah. ພາບ: vov.vn |
ຈຳນວນທີ່ຍັງເຫຼືອລວມມີເຊື້ອເພີງ, ຢຸກຢາ, ອຸປະກອນການແພດ, ນົມຜົງສຳລັບເດັກເກີດໃໝ່, ຜ້າຮົ່ມ, ຕູບຜ້າບາດ ແລະເຄື່ອງກັນໜາວ. ນີ້ແມ່ນຖ້ຽວເຄື່ອງຊ່ວຍເຫຼືອທີ 120 ຕາມຂໍ້ລິເລີ່ມ “Zad Al-Izza: ຈາກອີຢິບ ໄປຍັງກາຊາ”, ໂດຍໄດ້ປຸກລະດົມໃນທ້າຍເດືອນກໍລະກົດ 2025.
ອີຢິບ ແມ່ນປະເທດທີ່ສວມບົດບາດແກ່ນສານໃນການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳໃຫ້ແກ່ເຂດກາຊາ ໃນຕະຫຼອດໄລຍະເກີດສົງຄາມກວ່າ 2 ປີຜ່ານມາ. ຕາມນັ້ນແລ້ວ, Cairo ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງເຂດກາຊາ ກວ່າ 800.000 ໂຕນ, ກວມເອົາ 70% ປະລິມານເຄື່ອງຊ່ວຍເຫຼືອມະນຸດສະທຳທັງໝົດໃຫ້ແກ່ເຂດກາຊາ.
ປັດຈຸບັນ, ອີຢິບ ພວມຕັ້ງໜ້າຊຸກຍູ້ຜັນຂະຫຍາຍໄລຍະທີ 2 ຂອງຂໍ້ຕົກລົງສັນຕິພາບກາຊາ, ພ້ອມທັງເປັນກາງໄກ່ເກ່ຍໃຫ້ແກ່ວິວັດທະນາການໂອ້ລົມສົນທະນາຄວາມປອງດອງຊາດລະຫວ່າງບັນດາຝ່າຍປາແລັດສະຕິນ.
ແຫຼ່ງຄັດຈາກ: vovworld.vn