ຫຼາຍປະເທດຕອບສະໜອງຂໍ້ລິເລີ່ມກ່ຽວກັບເຂດກາຊາ ຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ
ວັນທີ 19 ມັງກອນ, ທ່ານ Donald Trump ປະທານາທິບໍດີອາເມລິກາ ໄດ້ສົ່ງຄຳເຊື້ອເຊີນໄປຍັງຫຼາຍປະເທດ ແລະອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມສະພາສັນຕິພາບເຂດ ກາຊາ, ເຊິ່ງແມ່ນກົນໄກໃໝ່ ໂດຍ ທ່ານ ສະເໜີ ເພື່ອແນໃສ່ຕິດຕາມກວດກາໄລຍະຕໍ່ໄປຂອງແຜນການສັນຕິພາບໃຫ້ແກ່ເຂດ ກາຊາ, ພ້ອມທັງສາມາດເປີດກວ້າງບົດບາດແກ້ໄຂການປະທະກັນອື່ນໆໃນທົ່ວໂລກ.