IMF ຍົກລະດັບຄາດຄະເນອັດຕາການເຕີບໂຕເສດຖະກິດທົ່ວໂລກ
ໃນສະບັບອັດເດດ “ແງ່ຫວັງເສດຖະກິດໂລກ” ທີ່ໄດ້ປະກາດໃນວັນທີ 19 ມັງກອນ, ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າ ເສດຖະກິດທົ່ວໂລກຈະບັນລຸລະດັບການເຕີບໂຕ 3,3% ໃນປີ 2026, ໝາຍຄວາມວ່າ ເພີ່ມຂຶ້ນ 0,2 ຄະແນນສ່ວນຮ້ອຍ ເມື່ອທຽບໃສ່ການຄາດຄະເນເມື່ອເດືອນຕຸລາ ປີ 2025.
IMF ກໍຮັກສາການຄາດຄະເນລະດັບເຕີບໂຕເສດຖະກິດທົ່ວໂລກໃຫ້ແກ່ປີ 2027 ແມ່ນ 3,2%, ບໍ່ມີການປ່ຽນແປງເມື່ອທຽບໃສ່ການຄາດຄະເນກ່ອນນັ້ນ. ອົງການຈັດຕັ້ງດັ່ງກ່າວ ໄດ້ດັດປັບລະດັບການເຕີບໂຕທົ່ວໂລກນັບແຕ່ເດືອນກໍລະກົດ ປີ 2025 ພາຍຫຼັງບັນດາຂໍ້ຕົກລົງດ້ານການຄ້າລະຫວ່າງປະເທດຕ່າງໆກັບອາເມລິກາ ເຮັດໃຫ້ກຳລັງດັນດ້ານພາສີຫຼຸດລົງເມື່ອທຽບໃສ່ລະດັບສູງສຸດໃນເດືອນເມສາ 2025. ໃນຂະນະທີ່ໄພເງິນເຟີ້ທົ່ວໂລກຄາດວ່າ ຈະສືບຕໍ່ຫຼຸດລົງ, ຈາກ 4,1% ໃນປີ 2025 ລົງເຫຼືອ 3,8% ໃນປີ 2026 ແລະ 3,4% ໃນປີ 2027.
    |
 |
|
Logo ຂອງກອງທຶນເງິນຕາສາກົນ IMF. ພາບ: REUTERS |
ອົງການ IMF ຄາດຄະເນວ່າ ລະດັບເຕີບໂຕເສດຖະກິດຂອງອາເມລິກາ ໃນປີ 2026 ຈະບັນລຸ 2,4%, ສ່ວນໜຶ່ງແມ່ນຍ້ອນມີການເພີ່ມທະວີການລົງທຶນເຂົ້າພື້ນຖານໂຄງລ່າງປັນຍາປະດິດ (AI) ຢ່າງແຮງ. ແຕ່ເຖິງຢ່າງໃດກໍຕາມ, IMF ຫຼຸດລະດັບຄາດຄະເນອັດຕາເຕີບໂຕຂອງອາເມລິກາ ໃນປີ 2027 ລົງເຫຼືອພຽງ 2,0%. ສຳລັບ ຈີນ, IMF ຄາດຄະວ່າ ປະເທດນີ້ຈະບັນລຸລະດັບເຕີບໂຕ 4,5% ໃນປີ 2026.
ແຫຼ່ງຄັດຈາກ: vovworld.vn