ວັນທີ 17 ມັງກອນ, ສື່ມວນຊົນ ອີຢິບ ແລະ ຕວັກກີ ຢັ້ງຢືນວ່າ ການນຳ 2 ປະເທດນີ້ໄດ້ຮັບຄຳເຊີນຈາກທ່ານ Donald Trump, ປະທານາທິບໍດີ ອາເມລິກາ ເຂົ້າຮ່ວມສະພາສັນຕິພາບ ກາຊາ, ກົນໄກຕິດຕາມກວດກາວຽກງານບໍລິຫານເຂດ ກາຊາ ໄລຍະຫຼັງການປະທະກັນ ແລະສ້າງສາຄືນໃໝ່.

leftcenterrightdel
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ. ພາບ: REUTERS

ວັນທີ 17 ມັງກອນ, ທ່ານ Badr Abdelatty, ລັດຖະມົນຕີການຕ່າງປະເທດ ອີຢິບ ແຈ້ງໃຫ້ຊາບວ່າ ປະເທດນີ້ພວມພິຈາລະນາຄຳເຊີນເຂົ້າຮ່ວມສະພາສັນຕິພາບ ກາຊາ ທີ່ທ່ານປະທານາທິບໍດີ Donald Trump ຫາກໍ່ສົ່ງຈົດໝາຍເຖິງທ່ານ Abdel Fattah el-Sisi, ປະທານາທິບໍດີ ອີຢິບ. ເຖິງຢ່າງໃດກໍ່ຕາມ, ທ່ານບໍ່ເຜີຍຈຸດເວລາປະເທດນີ້ຈະໃຫ້ຄຳຕອບຕໍ່ກັບຂໍ້ສະເໜີຂອງປະທານາທິບໍດີ ອາເມລິກາ.

ໃນວັນດຽວກັນ, ສື່ມວນຊົນແຫ່ງລັດ ຕວັກກີ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Donald Trump ໄດ້ເຊີນທ່ານ Recep Tayyip Erdogan, ປະທານາທິບໍດີ ຕວັກກີ ເຂົ້າຮ່ວມສະພາສັນຕິພາບ ກາຊາ ດ້ວຍຖານະເປັນສະມາຂິກຜູ້ສ້າງຕັ້ງ.

ແຫຼ່ງຄັດຈາກ: vovworld.vn