ວັນທີ 17 ມັງກອນ, ຢູ່ ປາຣາກວາຍ, ສະຫະພາບ ເອີລົບ (ອີຢູ) ແລະກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur) ໄດ້ລົງນາມສັນຍາຄູຮ່ວມມື (EU - Mercosur Partnership Agreement – EMPA) ແລະສັນຍາການຄ້າຊົ່ວຄາວ (Interim Trade Agreement – iTA) ຢ່າງເປັນທາງການ, ສ້າງຂີດໝາຍປະຫວັດສາດໃນການພົວພັນລະຫວ່າງ 2 ພາກພື້ນ ພາຍຫຼັງທີ່ດຳເນີນການເຈລະຈາມາເປັນເວລາກວ່າ 25 ປີ.
ກ່າວຄຳເຫັນທີ່ເຫດການ, ທ່ານນາງ Ursula von der Leyen, ປະທານ ອີຊີ ຖືວ່າ ໃນສະພາບການໂລກທີ່ພວມປະເຊີນໜ້າກັບການຜັນແປຫຼາຍຢ່າງ ແລະທ່າອ່ຽງແບ່ງແຍກເພີ່ມຂຶ້ນ, ຂໍ້ຕົກລົງນີ້ສະແດງໃຫ້ເຫັນຍຸດທະສາດຂອງ ອີຢູ ແລະ Mercosur ໃນການເພີ່ມທະວີການຮ່ວມມື, ປັບປຸງລັດທິຫຼາຍຝ່າຍ ແລະຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ກົດໝາຍ. ທາງດ້ານເສດຖະກິດ, ຕາມບັນດາຄຳໝັ້ນສັນຍາທີ່ບັນລຸໄດ້, ສັນຍາ ອີຢູ - Mercosur ຈະສ້າງເປັນໜຶ່ງໃນບັນດາເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ.
ໂດຍ: ກວຽດເຕິມ
Type the code from the image