leftcenterrightdel
ກະຊວງຊາວຕ່າງດ້າວ ແລະຕ້ານລັດທິລົບລ້າງຊາວ ຢິວ (MDA) ຂອງ ອິດສະຣາແອັນ ກ່າວເຕືອນວ່າຈະຢຸດຕິການເຄື່ອນໄຫວຂອງອົງການກູ້ໄພກູ້ຊີບ ຢູ່ເຂດກາຊາ ຈຳນວນໜຶ່ງ. ພາບປະກອບ: REUTERS/Dawoud Abu Alkas

ກ່ອນໜ້ານັ້ນ, ວັນທີ 30 ທັນວາ, ກະຊວງຊາວຕ່າງດ້າວ ແລະຕ້ານລັດທິລົບລ້າງຊາວ ຢິວ (MDA) ຂອງອິດສະຣາແອັນ ກ່າວເຕືອນວ່າຈະຢຸດຕິການເຄື່ອນໄຫວຂອງອົງການກູ້ໄພກູ້ຊີບຢູ່ເຂດກາຊາ ຈຳນວນໜຶ່ງ ນັບແຕ່ເດືອນມັງກອນ 2026 ຍ້ອນບໍ່ສະໜອງຂໍ້ມູນລະອຽດກ່ຽວກັບຖັນແຖວພາລະກອນຊາວປາແລັດສະຕິນ, ພ້ອມກັນນັ້ນກໍ່ກ່າວຫາພາລະກອນ 2 ຄົນຂອງອົງການມະນຸດສະທຳ ທ່ານໝໍບໍ່ມີພົມແດນ (MSF) ມີສ່ວນກ່ຽວຂ້ອງເຖິງບັນດາກຸ່ມທະຫານກະບົດ.

ຕາມສະຫະປະຊາຊາດແລ້ວ, ຈຳນວນເຄື່ອງອຸປະຖຳທີ່ໄດ້ນຳເຂົ້າເຂດກາຊາ ໃນປະຈຸບັນແມ່ນຍັງບໍ່ທັນພຽງພໍເທື່ອ.

ແຫຼ່ງຄັດຈາກ: vovworld.vn