ຕາມແຈ້ງການຈາກສູນກາງພັກປະຊາຊົນປະຕິວັດລາວ ແລ້ວ, ກອງປະຊຸມ ຄັ້ງທີ 12 ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຊຸດທີ XI ໄດ້ດໍາເນີນປະສົບຜົນສໍາເລັດຢ່າງຈົບງາມ ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ໃນວັນທີ 26 ທັນວາ ທີ່ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຕົກລົງກຳນົດເວລາດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ພັກປະຊາຊົນປະຕິວັດລາວ ໃນລະຫວ່າງວັນທີ 6-8 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ ຄັ້ງທີ 12 ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຊຸດທີ XI. ພາບ: pasaxon.org.la

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານຄວາມຄືບໜ້າວຽກງານກະກຽມໃນທຸກດ້ານເພື່ອດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ບັນດາຜູ້ແທນໄດ້ປຶກສາຫາລື, ຄົ້ນຄວ້າ, ປະກອບຄຳເຫັນ, ເຫັນດີເປັນເອກະພາບສູງຕໍ່ບັນດາເນື້ອໃນທີ່ສະເໜີຢູ່ກອງປະຊຸມໃຫຍ່ ຄັ້ງທີ XII. ກອງປະຊຸມຍັງໄດ້ໃຫ້ຄໍາເຫັນຊີ້ນໍາລະອຽດສໍາລັບແຕ່ລະອະນຸກໍາມະການຂອງກອງປະຊຸມໃຫຍ່ ຄັ້ງທີ XII.

ຕາມນັ້ນແລ້ວ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຊຸດທີ XI ຕີລາຄາວ່າ ກອງປະຊຸມໃຫຍ່ ຄັ້ງທີ XII ມີຄວາມໝາຍປະຫວັດສາດ, ເປັນບາດລ້ຽວທີ່ສຳຄັນໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກປະຊາຊົນປະຕິວັດລາວ ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນວຽກງານນໍາພາຂອງພັກປະຊາຊົນປະຕິວັດລາວ; ຖືນີ້ແມ່ນບັ້ນສະຫຼຸບຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ ແລະເປັນຂີດໝາຍການເມືອງ ແນໃສ່ຍົກສູງບົດບາດນຳພາຂອງພັກປະຊາຊົນປະຕິວັດລາວ ເພື່ອສືບຕໍ່ນຳພາພາລະກິດປະຕິວັດ, ປັບປຸງລະບອບປະຊາທິປະໄຕປະຊາຊົນ, ກ້າວຂຶ້ນສູ່ລັດທິສັງຄົມນິຍົມຢູ່ ລາວ.

ໂດຍ: ເຈິ່ນຮວ່ຽນ