ອີຣານ ຍິງດາວທຽມຂຶ້ນສູ່ຮ່ວງອາວະກາດ
ວັນທີ 28 ທັນວາ, ພາຍໃຕ້ການໜູນຊ່ວຍຂອງ ລັດເຊຍ, ອີຣານ ໄດ້ຍິງສຳເລັດດາວທຽມ 3 ລູກ ໂດຍປະເທດນີ້ຜະລິດເອງຂຶ້ນສູ່ຮ່ວງອາວະກາດ.
ດາວທຽມຕິດຕາມ 3 ລູກນີ້ໂດຍປະເທດນີ້ພັດທະນາເອງທີ່ໄດ້ຍິງເຂົ້າອາວະກາດດ້ວຍລູກສອນໄຟ Soyuz, ຈາກສະໜາມບິນອາວະກາດ Vostochny Cosmodrome ຢູ່ລັດເຊຍ. ບັນດາດາວທຽມທີ່ມີຊື່ຕາມລຳດັບແມ່ນ Zafar-2, Paya ແລະ Kowsar 1.5, ໂດຍກຸ່ມເອກະຊົນຂອງ ອີຣານ ອອກແບບດ້ວຍໜ້າທີ່ຕິດຕາມ. ກ່ອນໜ້ານັ້ນ, ເມື່ອເດືອນກໍລະກົດປີນີ້, ອີຣານ ກໍ່ໄດ້ຍິງສຳເລັດດາວທຽມລູກໜຶ່ງຂຶ້ນສູ່ຮ່ວງອາວະກາດຈາກສະໜາມບິນອາວະກາດ Vostochny Cosmodrome ຢູ່ລັດເຊຍ. ໃນ 2 ປີຜ່ານມາ, ອີຣານ ໄດ້ຍິງດາວທຽມທັງໝົດ 10 ລູກ ຂຶ້ນສູ່ຮ່ວງອາວະກາດ.
ແຫຼ່ງຄັດຈາກ: vovworld.vn