ການນຳ ສປປ.ເກົາຫຼີ ຕິດຕາມການຝຶກຊ້ອມຍິງລູກສອນໄຟນຳວິຖີຍຸດທະສາດ
ວັນທີ 29 ທັນວາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ລົງຂ່າວວ່າ ຜູ້ນຳ Kim Jong Un ໄດ້ລົງຕິດຕາມກວດກາໂດຍກົງການຝຶກຊ້ອມຍິງທົດລອງລູກສອນໄຟນຳວິຖີຍຸດທະສາດໄລຍະໄກ, ໂດຍໄດ້ດຳເນີນກ່ອນນັ້ນ 1 ວັນຢູ່ເຂດທະເລທາງທິດຕາເວັນຕົກຂອງ ສປປ.ເກົາຫຼີ.
ຕາມ KCNA ແລ້ວ, ການຝຶກຊ້ອມເພື່ອແນໃສ່ກວດກາລະດັບຄວາມພ້ອມຕ່າວໂຈມຕີ ແລະຄວາມສາມາດສູ້ຮົບຂອງບັນດາກົມກອງຍິງລູກສອນໄຟໄລຍະໄກ, ພ້ອມທັງຕີລາຄາຄວາມໄວ້ເນື້ອເຊື່ອໃຈຂອງລະບົບອາວຸດຍຸດທະສາດທີ່ກ່ຽວຂ້ອງ. KCNA ໄດ້ຄັດສະເໜີຄຳເວົ້າຂອງທ່ານ Kim Jong Un ໂດຍຖືວ່າໝາກຜົນຂອງການຝຶກຊ້ອມນີ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະລະດັບຄວາມພ້ອມສູ້ຮົບຂອງກຳລັງຄວາມສາມາດຕ່າວໂຈມຕີຍຸດທະສາດ. ການນຳ Kim Jong Un ຢັ້ງຢືນວ່າ ພັກແຮງງານ ເກົາຫຼີ ແລະລັດຖະບານປະເທດນີ້ຈະສືບຕໍ່ຊຸກຍູ້ພັດທະນາກຳລັງສູ້ຮົບຍຸດທະສາດໃນໄລຍະຈະມາເຖິງ.
ແຫຼ່ງຄັດຈາກ: vovworld.vn