ວັນທີ 29 ທັນວາ, ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ ໃນຄ່ຳຄືນວັນທີ 28 ຮຸ່ງເຊົ້າວັນທີ 29 ທັນວາ, ບັນດາກຳລັງປ້ອງກັນອາກາດ ລັດເຊຍ ໄດ້ກວດພົບ ແລະຕີສະກັດເຮືອບິນບໍ່ມີຄົນຂັບໄລຍະໄກຈຳນວນ 91 ລຳ ທີ່ໄດ້ຮັບຖືວ່າ ໄດ້ບິນຈາກຝ່າຍ ຢູແກຼນ, ມຸ່ງໄປສູ່ເຂດເຮືອນພັກຂອງທ່ານ Vladimiar Putin ປະທານາທິບໍດີ ລັດເຊຍ ຢູ່ເຂດ Novgorod, ທິດຕາເວັນຕົກສ່ຽງເໜືອຂອງປະເທດນີ້. ຈຳນວນເຮືອບິນບໍ່ມີຄົນຂັບທັງໝົດເຫຼົ່ານັ້ນຖືກຍິງຕົກ ແລະບໍ່ຮັບຮູ້ມີກໍລະນີບາດເຈັບເສຍຊີວິດ ຫຼື ກໍ່ຜົນເສຍຫາຍທາງດ້ານວັດຖຸ. ເມື່ອກ່າວຄຳເຫັນກ່ຽວກັບເຫດການນີ້, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ ການກະທຳດັ່ງກ່າວຈະຖືກໂຕ້ຕອບ. ເຖິງຢ່າງໃດກໍຕາມ, ລັດເຊຍ ບໍ່ມີເຈດຈຳນົງຖອນຕົວອອກຈາກວິວັດທະນາການເຈລະຈາກັບອາເມລິກາ ແຕ່ວ່າໃນສະພາບການປັດຈຸບັນ, ຫຼັກໝັ້ນເຈລະຈາຂອງລັດເຊຍ ຈະໄດ້ຮັບການພິຈາລະນາຄືນໃໝ່.

ຝ່າຍຢູແກຼນ ປະຕິເສດບັນດາຄຳກ່າວຫາຈາກຝ່າຍ ລັດເຊຍ ແລະຖະແຫຼງວ່າ ປະເທດນີ້ບໍ່ປະຕິບັດບໍ່ວ່າບັ້ນບຸກໂຈມຕີໃດໆທີ່ເລັ່ງໃສ່ທຳນຽບຂອງປະທານາທິບໍດີ ລັດເຊຍ. ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ຖືວ່າ ປະເທດນີ້ພຽງແຕ່ດຳເນີນບັນດາບັ້ນເຄືື່ອນໄຫວການທະຫານທີ່ເລັ່ງໃສ່ບັນດາເປົ້າໝາຍການທະຫານຖືກຕ້ອງຕາມກົດໝາຍ ແລະຮັບໃຊ້ຄວາມຕ້ອງການປ້ອງກັນຕົວເທົ່ານັ້ນ.

ແຫຼ່ງຄັດຈາກ: vovworld.vn