ອາເມລິກາ, ເອີລົບ ປຶກສາຫາລືບາດກ້າວຕໍ່ໄປຊຸກຍູ້ວິວັດທະນາການສັນຕິພາບ ຢູແກຼນ
ວັນທີ 31 ທັນວາ, ບັນດາເຈົ້າໜ້າທີ່ ອາເມລິກາ ໄດ້ມີການໂອ້ລົມທາງໂທລະສັບກັບທີ່ປຶກສາຄວາມໝັ້ນຄົງແຫ່ງຊາດຂອງ ອັງກິດ, ຝລັ່ງ ແລະເຢຍລະມັນ, ພ້ອມກັບຜູ້ຕາງໜ້າການນຳຂັ້ນສູງ ຢູແກຼນ ເພື່ອປຶກສາຫາລືບັນດາບາດກ້າວຕໍ່ໄປໃນວິວັດທະນາການດ້ານການທູດປະຈຸບັນກ່ຽວກັບການຢຸດຕິການປະທະກັນຢູ່ ຢູແກຼນ.
ໃນແຈ້ງການທາງສື່ສັງຄົມ X ໃນວັນທີ 31 ທັນວາ 2025, ທ່ານ Steve Witkoff, ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບບັນຫາ ຢູແກຼນ ໃຫ້ຮູ້ວ່າ ການໂອ້ລົມທົນທະນາໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດອາເມລິກາ, ເລຂາທິການສະພາຄວາມໝັ້ນຄົງ ແລະປ້ອງກັນຊາດແຫ່ງຊາດຂອງ ຢູແກຼນ… ຕາມທ່ານ Steve Witkoff ແລ້ວ, ບັນດາຝ່າຍໄດ້ສຸມໃສ່ຊຸກຍູ້ການສົນທະນາຕາມທິດແທດຈິງ, ການແລກປ່ຽນກໍ່ກ່ຽວຂ້ອງເຖິງບ້ວງເງິນໜູນຊ່ວຍສ້າງ ແລະຟື້ນຟູເສດຖະກິດ ຢູແກຼນ ຄືນໃໝ່ພາຍຫຼັງການປະທະກັນ.
ແຫຼ່ງຄັດຈາກ: vovworld.vn