leftcenterrightdel
ທ່ານ Dmitry Peskov  ໂຄສົກວັງ Kremlin. ພາບ: REUTERS

ຕາມທ່ານ Peskov ແລ້ວ, ເພື່ອລະງັບໃຈບໍ່ໃຫ້ເພີ່ມຄວາມເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງນັ້ນ, ກ່ອນອື່ນໝົດ ຕ້ອງສົນທະນາກັບອີຣານ. ທ່ານ ເນັ້ນໜັກວ່າ ລັດເຊຍ ຈະສືບຕໍ່ພັດທະນາສາຍພົວພັນອັນດີງາມ ແລະມີລັກສະນະສ້າງສັນກັບອີຣານ, ຜ່ານນັ້ນກໍ່ປະກອບສ່ວນຫຼຸດຜ່ອນຄວາມເຄັ່ງຕຶງຢູ່ພາກພື້ນດັ່ງກ່າວ.

ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວກ່ອນນັ້ນໜຶ່ງວັນ, ທ່ານ Esmaeil Baghaei ໂຄສົກກະຊວງການຕ່າງປະເທດອີຣານ ກໍຢັ້ງຢືນວ່າປະເທດນີ້ຈະບໍ່ມີວັນຍົກເລີກການທູດ ແລະສືບຕໍ່ຖືນີ້ແມ່ນມາດຕະການສຳຄັນ ເພື່ອຊຸກຍູ້ຜົນປະໂຫຍດແຫ່ງຊາດໃນບັນດາເງື່ອນໄຂທີ່ເໝາະສົມ.

ແຫຼ່ງຄັດຈາກ: vovworld.vn