IAEA ເປັນກາງໄກ່ເກ່ຍຂໍ້ຕົກລົງຢຸດຍິງຊົ່ວຄາວ ຢູ່ໂຮງງານຜະລິດໄຟຟ້ານິວເຄຼຍ Zaporizhzhia
ວັນທີ 28 ທັນວາ, ອົງການພະລັງງານປະລາມານູສາກົນ (IAEA) ໄດ້ຢັ້ງຢືນວຽກງານສ້ອມແປງສາຍສົ່ງໄຟຟ້າສຳຄັນທີ່ໄດ້ຮັບການຜັນຂະຫຍາຍຢູ່ໃກ້ກັບໂຮງງານໄຟຟ້ານິວເຄຼຍ Zaporizhzhia (ZNPP), ພາຍຫຼັງທັງລັດເຊຍ ແລະຢູແກຼນ ເຫັນດີຕໍ່ຂໍ້ຕົກລົງຢຸດຍິງສ່ວນໜຶ່ງ ໂດຍ IAEA ເປັນກາງໄກ່ເກ່ຍ.
ໃນສື່ສັງຄົມອອນໄລ X, ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ IAEA ໄດ້ຂໍຂອບໃຈລັດເຊຍ ແລະຢູແກຼນ ຍ້ອນໄດ້ເຫັນດີຕໍ່ຂໍ້ຕົກລົງຢຸດຍິງຊົ່ວຄາວ, ຖືນີ້ແມ່ນ “ໄລຍະເວລາມິດງຽບ” ອະນຸຍາດຟື້ນຟູການສົ່ງໄຟຟ້າລະຫວ່າງບັນດາໝໍ້ແບ່ງໄຟຟ້າຂອງ ZNPP ແລະໂຮງງານໄຟຟ້າຖ່ານຫີນ Zaporizhzhia. ຕາມທ່ານ Grossi ແລ້ວ, ວຽກງານນີ້ຈະຊ່ວຍເພີ່ມຄວາມປອດໄພດ້ານນິວເຄຼຍ ຢູ່ ZNPP. ຄາດວ່າການສ້ອມແປງນີ້ຈະແກ່ຍາວໃນ 2-3 ວັນ.
ແຫຼ່ງຄັດຈາກ: vovworld.vn