ທ່ານປະທານາທິບໍດີ ອາເມລິກາ ແລະທ່ານປະທານາທິບໍດີ ຢູແກຼນ ປຶກສາຫາລືກ່ຽວກັບຂໍ້ຕົກລັງສັນຕິພາບ
ວັນທີ 28 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ການຕ້ອນຮັບທ່ານ ປະທານາທິບໍດີ ຢູແກຼນ Volodymyr Zelensky ຢູ່ເຂດຕາກອາກາດ Mar-a-Lago, ຢູ່ລັດ Florida.
ກ່າວຄຳເຫັນກັບນັກຂ່າວຕໍ່ໜ້າການພົບປະກັນ, ທ່ານປະທານາທິບໍດີ Volodymyr Zelensky ໃຫ້ຮູ້ວ່າ ບັນດາການປຶກສາຫາລືລະຫວ່າງ ວໍຊິງຕັນ ແລະກີແອັດ ບັນລຸໄດ້ຄວາມຄືບໜ້າໃນເດືອນພະຈິກ ແລະທ່ານ ຫວັງວ່າ ສັນຕິພາບອາດຈະບັນລຸໄດ້ຍິ່ງໄວກໍ່ຍິ່ງດີ. ທ່ານ Volodymyr Zelensky ກໍ່ໃຫ້ຮູ້ວ່າ ຈຸດສຸມຂອງການພົບປະກັບທ່ານປະທານາທິບໍດີ Donald Trump ແມ່ນແຜນການສັນຕິພາບ 20 ຂໍ້ ແລະວິວັດການເພື່ອແກ້ໄຂການປະທະກັນ.
ໃນຂະນະນັ້ນ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່ອນການພົບປະກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແລະທ່ານ ຈະສືບຕໍ່ແລກປ່ຽນກັບທ່ານປະທານາທິບໍດີລັດເຊຍ ພາຍຫຼັງການພົບປະນີ້. ທ່ານປະທານາທິບໍດີ ອາເມລິກາ ກໍ່ສະແດງຄວາມເຊື່ອໝັ້ນວ່າ ຈະບັນລຸໄດ້ຂໍ້ຕົກລົງສັນຕິພາບອີງຕາມພື້ນຖານທີ່ມີຢູ່ແລ້ວໃນປັດຈຸບັນ.
ແຫຼ່ງຄັດຈາກ: vovworld.vn