ປະທານາທິບໍດີ ອາເມລິກາ ພົບປະກັບນາຍົກລັດຖະມົນຕີ ອິດສະຣາແອັນ ເພື່ອປຶກສາຫາລືກ່ຽວກັບບັນຫາ ອີຣານ ແລະ ກາຊາ
ວັນທີ 29 ທັນວາ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ມີການພົບປະກັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢູ່ Florida, ໃນຂອບເຂດການຢ້ຽມຢາມອາເມລິກາ ຄັ້ງທີ 5 ຂອງປີ 2025.
ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Trump ໄດ້ສະແດງຫຼັກໝັ້ນສະໜັບສະໜູນການນຳອິດສະຣາແອັນ, ຊົມເຊີຍທ່ານ Netanyahu ໄດ້ປະຕິບັດຖືກຕ້ອງຕາມແຜນການກ່ຽວກັບຄຳສັ່ງຢຸດຍິງກັບຮາມາດສ, ໂດຍບໍ່ຫົວຊາຕໍ່ເລື່ອງມີຜູ້ຊ່ວຍວຽກ ແລະປະເທດພັນທະມິດຈຳນວນໜຶ່ງຖືວ່ານາຍົກລັດຖະມົນຕີ ອິດສະຣາແອັນ ພວມໂຈະການປະຕິບັດບາງມາດຕາໃນຂໍ້ຕົກລົງຢຸດຍິງທີ່ໄດ້ລົງນາມໃນເດືອນຕຸລາຜ່ານມາ. ທ່ານປະທານາທິບໍດີ ອາເມລິກາ ກໍສະແດງຄວາມປາດຖະໜາຢາກຫັນໄປສູ່ໄລຍະທີ 2 ຂອງຂໍ້ຕົກລົງຢຸດຍິງລະຫວ່າງອິດສະຣາແອັນ ແລະຮາມາດສ ໂດຍໄວ, ແຕ່ກໍເນັ້ນໜັກເຖິງເງື່ອນໄຂຕັດສິນຊີ້ຂາດແມ່ນ ຮາມາດສ ຕ້ອງປົດອາວຸດ.
ກ່ຽວກັບບັນຫາ ອີຣານ, ທ່ານ Trump ກໍຖະແຫຼງວ່າ ປັດຈຸບັນ ອາເມລິກາ ຍັງບໍ່ທັນມີຫຼັກຖານຕໍ່ເລື່ອງ ອີຣານ ມີການກະທຳສ້າງບັນດາລາຍການລູກສອນໄຟນຳວິຖີ ແລະອາວຸດນິວເຄຼຍ ຄືນໃໝ່ເທື່ອ.
ແຫຼ່ງຄັດຈາກ: vovworld.vn