ຕອນເຊົ້າວັນທີ 27 ທັນວາ, ຢູ່ດ່ານຊາຍແດນ Ban Phakkad, ແຂວງ ຈັນທະບູຣີ, ໄທ, ທ່ານພົນເອກ Natthaphon Narkphanit, ລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ແລະທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີປ້ອງກັນປະເທດ ກຳປູເຈຍ, ໄດ້ຕາງໜ້າໃຫ້ 2 ປະເທດລົງນາມໃນຂໍ້ຕົກລົງຢຸດຍິງ ເພື່ອແນໃສ່ຟື້ນຟູສະຖຽນລະພາບ, ອະນຸຍາດໃຫ້ສາມັນຊົນທີ່ດຳລົງຊີວິດຢູ່ໃກ້ກັບເຂດຊາຍແດນໄດ້ກັບເມືອບ້ານ ແລະສະກັດກັ້ນສະພາບການປະທະກັນເຄັ່ງຕຶງຂຶ້ນ.

leftcenterrightdel
ພາບປະກອບຄັດຈາກ: vovworld.vn

ກ່ອນໜ້ານັ້ນ, ພາຍຫຼັງການດຳເນີນການເຈລະຈາທີ່ເຄັ່ງຕຶງເປັນເວລາ 3 ວັນ, ກອງປະຊຸມຂັ້ນເລຂານຸການຂອງຄະນະກຳມະການຊາຍແດນຮ່ວມລະຫວ່າງ ໄທ ແລະ ກຳປູເຈຍ ທີ່ຈັດຂຶ້ນຢູ່ແຂວງ ຈັນທະບຸຣີ (ໄທ) ໄດ້ກ້າວໄປເຖິງຄວາມເຫັນດີເປັນເອກະພາບບັນດາມາດຕາຂອງຂໍ້ຕົກລົງຢຸດຍິງໃນເບື້ອງຕົ້ນ, ໂດຍມີຜົນສັກສິດນັບແຕ່ວັນທີ 27 ທັນວາ ນີ້.

ພາຍຫຼັງກອງປະຊຸມສະພາຄວາມໝັ້ນຄົງແຫ່ງຊາດ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 26 ທັນວາ, ທ່ານ ອະນຸທິນ ຊານວິຣະກຸນ, ນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງພາຍໃນ ໄທ ໃຫ້ຮູ້ວ່າ ຂອບເຂດຂໍ້ຕົກລົງເຊິ່ງ 2 ຄະນະເລຂານຸການຊາຍແດນຮ່ວມບັນລຸໄດ້ພາຍຫຼັງດຳເນີນການເຈລະຈາເປັນເວລາ 3 ວັນແມ່ນຍັງສອດຄ່ອງກັບຂໍ້ຕົກລົງ Kuala Lumpur ເຊິ່ງ ໄທ ແລະ ກຳປູເຈຍ ໄດ້ເຊັນໃນວັນທີ 26 ຕຸລາ, ຢູ່ນະຄອນຫຼວງ ກົວລາລຳເປີ, ມາເລເຊຍ. ກ່ຽວກັບຂໍ້ສະເໜີຢຸດຍິງພາຍໃນເວລາ 72 ຊົ່ວໂມງໂດຍ ໄທ ຍົກອອກມາ, ທ່ານໃຫ້ຮູ້ວ່າ ນີ້ແມ່ນເງື່ອນໄຂທີ່ ບາງກອກ ສະເໜີໃຫ້ ພະນົມເປັນ ເຫັນດີ. ທ່ານຢືນຢັນວ່າ ຖ້າເກີດການຍິງປືນໃດໃນເວລາດັ່ງກ່າວ, ໄທ ອາດຈະໂຕ້ຕອບເພື່ອປົກປ້ອງອະທິປະໄຕ ແລະຜືນແຜ່ນດິນຂອງຕົນ.

ແຫຼ່ງຄັດຈາກ: vovworld.vn