leftcenterrightdel
ເຄື່ອງໜູນຊ່ວຍມະນຸດສະທຳສົ່ງເຂົ້າ ກາຊາ. ພາບປະກອບ: REUTERS

ໂດຍສືບຕໍ່ບັນດາຄວາມມານະພະຍາຍາມໜູນຊ່ວຍມະນຸດສະທຳໂດຍດ່ວນໃຫ້ແກ່ປະຊາຊົນກາຊາ ທີ່ຖືກຜົນສະທ້ອນຍ້ອນການປະທະກັນ, ວັນທີ 25 ທັນວາ, ອົງການ ຊີກວົງເດືອນແດງຂອງ ອີຢິບ ໄດ້ສົ່ງງວດເຄື່ອງໜູນຊ່ວຍມະນຸດສະທຳໃໝ່ເຂົ້າກາຊາ.

ນີ້ແມ່ນງວດເຄື່ອງມະນຸດສະທຳທີ 102 ຕາມຂໍ້ລິເລີ່ມ “Zad Al-Izza: ຈາກ ອີຢິບ ໄປ ກາຊາ”, ທີ່ໄດ້ປຸກລະດົມໃນທ້າຍເດືອນກໍລະກົດ ຜ່ານມາ. ເຄື່ອງງວດນີ້ລວມມີ: ທັນຍາຫານ, ຢຸກຢາ, ເຊື້ອເພີງ, ເຄື່ອງນຸ່ງກັນໜາວ… ລວມ 5.900 ໂຕນ. ເຄື່ອງງວດຕໍ່ໄປກໍ່ພວມຮີບເຮັ່ງໄດ້ກະກຽມດ້ວຍການໜູນຊ່ວຍຂອງນັກອາສາສະໝັກກວ່າ 35.000 ຄົນໃນທົ່ວອີຢິບ ແລະອາດສາມາດສົ່ງໄປ ກາຊາ ໃນຊົ່ວໂມງຈະມາເຖິງ.

ກາຍໂຣ ຢືນຢັນວ່າ ການຂົນສົ່ງເຄື່ອງໜູນຊ່ວຍກວ່າ 780.000 ໂຕນໄປຍັງ ກາຊາ ນັ້ນ, ກວມເອົາ 70% ຈຳນວນເຄື່ອງຊ່ວຍເຫຼືອສາກົນທີ່ສະຫງວນໃຫ້ແກ່ກາຊາ ນັບແຕ່ທ້າຍເດືອນ ຕຸລາ 2023, ຈຸດເວລາເລີ່ມເກີດການປະທະກັນ.

ແຫຼ່ງຄັດຈາກ: vovworld.vn