ຕອນຄ່ຳວັນທີ 25 ທັນວາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ອອກຄຳສັ່ງປະຕິບັດການບຸກໂຈມຕີທາງອາກາດ ແນໃສ່ບັນດາມືປືນຂຶ້ນກັບອົງການລັດອິດສະລາມ (IS) ຢູ່ທາງທິດຕາເວັນຕົກສ່ຽງເໜືອ ໄນຈີເຣຍ ຕາມການສະເໜີຂອງລັດຖະບານປະເທດ ອາຟະລິກາ ຕາເວັນຕົກ. ທ່ານ Donald Trump ພັນລະນາວ່າ ນີ້ແມ່ນການບຸກໂຈມຕີຢ່າງແຮງແນໃສ່ພາກສ່ວນ IS ເຊິ່ງ ທ່ານ ກ່າວຫາວ່າໄດ້ດຳເນີນເຫດເຂັ່ນຂ້າທີ່ປ່າເຖື່ອນ, ແນໃສ່ບັນດາຊາວຄຣິດສະຕຽນຢູ່ທາງທິດເໜືອຕາເວັນຕົກສ່ຽງເໜືອ ໄນຈີເຣຍ.
ໃນສື່ສັງຄົມ X, ກອງບັນຊາການ ອາຟະລິກາ ຂອງກອງທັບ ອາເມລິກາ ໄດ້ຢັ້ງຢືນວ່າ ການບຸກໂຈມຕີທາງອາກາດໄດ້ເຮັດໃຫ້ມືປືນ IS ຫຼາຍຄົນເສຍຊີວິດ. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ບໍ່ປະກາດລາຍລະອຽດກ່ຽວກັບສະຖານທີ່ ຫຼື ຈຳນວນຜູ້ເສຍຊີວິດ.
ແຫຼ່ງຄັດຈາກ: vovworld.vn
Type the code from the image