leftcenterrightdel
ການນຳ Kim Jong Un ໄປກວດກາບັນດາວິສາຫະກິດໃຫຍ່ຂຶ້ນກັບຂະແໜງອຸດສາຫະກຳອາວຸດຂອງສປປ.ເກົາຫຼີ. ພາບ: KCNA/REUTERS

ວັນທີ 26 ທັນວາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ ການນຳ Kim Jong Un ໄດ້ປະກາດແຜນການກໍ່ສ້າງບັນດາໂຮງງານຜະລິດອາວຸດໃໝ່ ເພື່ອເປີດກວ້າງກຳລັງຄວາມສາມາດການຜະລິດລູກສອນໄຟ ແລະລູກປືນໃຫຍ່, ພ້ອມກັນນັ້ນ, ກໍ່ຮຽກຮ້ອງເພີ່ມຈຳນວນການຜະລິດ.

ກ່າວຄຳເຫັນໃນຂອບເຂດການໄປກວດກາບັນດາວິສາຫະກິດໃຫຍ່ຂຶ້ນກັບຂະແໜງອຸດສາຫະກຳອາວຸດຂອງສປປ.ເກົາຫຼີ, ການນຳ Kim Jong Un ເນັ້ນໜັກວ່າ “ຂົງເຂດຜະລິດລູກສອນໄຟ ແລະລູກປືນໃຫຍ່ຂອງປະເທດຊາດ ໄດ້ສວມບົດບາດແຖວໜ້າໃນວິວັດການຍົກສູງກຳລັງນາບຂູ່ສົງຄາມ”. ສະນັ້ນ, ແຜນການຜະລິດສຳລັບປີ 2026 ຕ້ອງສ້າງຂຶ້ນຕາມທິດພັດທະນາ ເພື່ອຕອບສະໜອງບັນດາຄວາມຮຽກຮ້ອງຂອງໜ້າທີ່ສຳລັບກຳລັງລູກສອນໄຟ ແລະປືນໃຫຍ່ ສປປ.ເກົາຫຼີ ໃນໄລຍະຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn