ກອງປະຊຸມໂດຍທ່ານ Antonio Costa ປະທານສະພາເອີລົບ ເປັນປະທານ, ດ້ວຍການເຂົ້າຮ່ວມຂອງທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ (EC) ພ້ອມກັບທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງ EU ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ແລະ ການນຳຂອງ 5 ປະເທດ Balkan ຕາເວັນຕົກ. ຢູ່ກອງປະຊຸມ, EU ຢັ້ງຢືນ ຄຳໝັ້ນສັນຍາຄືນໃໝ່ ຢ່າງຄົບຖວ້ນ ແລະຈະແຈ້ງຕໍ່ອະນາຄົດຂອງການເຂົ້າເປັນສະມາຊິກ EU ສຳລັບບັນດາປະເທດຄູ່ຮ່ວມມືຢູ່ Balkan ຕາເວັນຕົກ. EU ກໍ່ຢັ້ງຢືນຈະສືບຕໍ່ນຳບັນດາຄູ່ຮ່ວມມື Balkan ຕາເວັນຕົກ ຫຍັບເຂົ້າໃກ້ກັບສະຫະພາບ ຜ່ານວິວັດການເຊື່ອມໂຍງເທື່ອລະກ້າວໃນຫຼາຍຂົງເຂດນະໂຍບາຍ.
ແຫຼ່ງຄັດຈາກ: vovworld.vn
Type the code from the image