ກໍໃນວັນທີ 16 ທັນວາ, ກົມການບິນສະຫະລັດອາເມລິກາ (FAA) ໄດ້ປະກາດຄຳກ່າວເຕືອນໃໝ່ສຳລັບບັນດາເຮືອບິນພົນລະເຮືອນທີ່ເຄື່ອນໄຫວໃນເຂດນ່ານຟ້າເວເນຊູເອລາ, ໂດຍອ້າງເຫດຜົນມີຄວາມສ່ຽງທີ່ເລີ່ມຈາກການເຄື່ອນໄຫວທາງການທະຫານ.  FAA ຮຽກຮ້ອງໃຫ້ບັນດາເຮືອບິນ “ມີຄວາມລະມັດລະວັງ ຍ້ອນສະພາບການຄວາມໝັ້ນຄົງທີ່ພວມຮ້າຍແຮງຂຶ້ນ ແລະການເຄື່ອນໄຫວດ້ານການທະຫານເພີ່ມຂຶ້ນພາຍໃນ ຫຼື ອ້ອມຂ້າງ ເວເນຊູເອລາ”.

ປັດຈຸບັນ, ອາເມລິກາ ພວມຜັນຂະຫຍາຍກໍາປັ່ນສູ້ຮົບຈຳນວນຫຼາຍຢູ່ເຂດກາຣີເບ ແລະມີຫຼາຍຄັ້ງທີ່ໃຫ້ເຮືອບິນການທະຫານບິນລຽບຕາມແຄມຝັ່ງທະເລເວເນຊູເອລາ ແລ້ວ. ບັນດາກຳລັງອາເມລິກາ ກໍພວມດຳເນີນບັ້ນບຸກໂຈມຕີແນໃສ່ບັນດາກໍາປັ່ນທີ່ຖືກກ່າວຫາວ່າຄ້າຂາຍຢາເສບຕິດຢູ່ເຂດກາຣີເບ ແລະປາຊີຟິກຕາເວັນອອກ.

ແຫຼ່ງຄັດຈາກ vovworld.vn