ນາຍົກລັດຖະມົນຕີ ໄທ ແລະປະທານາທິບໍດີອາເມລິກາ ໂອ້ລົມທາງໂທລະສັບ, ປາດຖະໜາຢາກຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຊາຍແດນ ໄທ-ກໍາປູເຈຍ
ຕອນຄໍ່າວັນທີ 12 ທັນວາ, ທ່ານນາຍົກລັດຖະມົນຕີ ໄທ ອະນຸທິນ ຊານວິຣະກຸນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ Donald Trump ກ່ຽວກັບບັນຫາຊາຍແດນ ໄທ-ກໍາປູເຈຍ, ພ້ອມກັນແບ່ງປັນທັດສະນະລວມ ນັ້ນແມ່ນຢາກມີສັນຕິພາບ, ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ.
ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ບາງກອກພາຍຫຼັງການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ອະນຸທິນ ຊານວິຣະກຸນ ໃຫ້ຮູ້ວ່າ ການແລກປ່ຽກຄຳເຫັນໄດ້ດຳເນີນໃນບັນຍາກາດທີ່ຕັ້ງໜ້າ. ທ່ານປະທານາທິບໍດີ ອາເມລິກາ Donald Trump ສະແດງຄວາມວິຕົກກັງວົນຕໍ່ສະພາບການຄວາມເຄັ່ງຕຶງຢູ່ເຂດຊາຍແດນ ແລະເນັ້ນໜັກວ່າ ຍາມໃດກໍພ້ອມແລ້ວຮັກສາການຕິດຕໍ່ພົວພັນກັບໄທ ໃນທຸກເວລາ. ພ້ອມດຽວກັນນັ້ນ ໄທ ຮັບຮູ້ ແລະແບ່ງປັນຄວາມປາດຖະໜາລວມຂອງບັນດາຝ່າຍກ່ຽວກັບສັນຕິພາບ, ຢຸດຕິການປະທະກັນ.
ສຳລັບຝ່າຍອາເມລິກາ, ທ່ານປະທານາທິບໍດີອາເມລິກາ Donald Trump ສະແດງຄວາມຫວັງສັນຕິພາບຈະໄດ້ຮັບການຟື້ນຟູໂດຍໄວບົນພື້ນຖານຖະແຫຼງການຮ່ວມກ່ຽວກັບເສັ້ນທາງແຫ່ງສັນຕິພາບໂດຍ ໄທ ແລະກໍາປູເຈຍ ໄດ້ລົງນາມໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ-47 ໃນທ້າຍເດືອນ ຕຸລາ 2025.
ແຫຼ່ງຄັດຈາກ: vovworld.vn